Tuesday, February 9, 2016

ວິທີປັບໃຫ້ຄອມເຮົາປິດໄວ

ສະບາຍດີ ໝູ່ເພື່ອນທຸກຄົນ, ມື້ນີ້ຂ້ອຍຂະມາບອກວິທີເຂົ້າໄປຕັ້ງຄ່າເຮັດໃຫ້ຄອມຂອງເຮົາປິດໄວຂຶ້ນກວ່າເກົ່າ. ໝູ່ເພື່ອນເຄີຍສົງໄສບໍວ່າເປັນຫຍັງເວລາເຮົາປິດຄອມມັນຈະຄ່ອຍໆປິດ ໂດຍເລີ່ມຈາກການປິດໂປຣແກຣມຕ່າງໆກ່ອນແລ້ວຈຶ່ງຄ່ອຍປິດໜ້າຈໍປິດໜ້າຈໍແລ້ວຕ້ອງໄດ້ຖ້າອີກໜ້ອຍໜຶ່ງຄອມຈຶ່ງຈະປິດໃຫ້ເຮົາ, ຄຳຕອບກະຄື: ເລີ່ມແຕ່ຕອນເຮົາກົດໃສ່ຄຳວ່າ Shutdown ກ່ອນອື່ນໝົດມັນຈະເລີ່ມປິດໂປຣແກຣມກ່ອນ, ເມື່ອປິດໂປຣແກຣມແລ້ວມັນຈະປ່ຽນມາເປັນໂມດSleep ກ່ອນ (ຕອນທີ່ມັນເລີ່ມປິດໜ້າຈໍຫັ່ນລະ), ຫຼັງຈາກນັ້ນມັນຈຶ່ງເລີ່ມປິດຄອມໃຫ້ເຮົາ(ຄ່າພື້ນຖານປິດຄອມແມ່ນ 30ວິນາທີ ສຳຫຼັບເວລາຂອງວິນໂດ ບໍ່ນັບໂປຣແກຣມອື່ນໆ ສຳຫຼັບ HDD ນຳ).  ເມື່ອຮູ້ແລ້ວວ່າເພື່ອຄອມມັນຈະປິດ ມັນຈະປິດອີ່ຫຍັງແນ່ ສະນັ້ນ, ແນະນຳກ່ອນປິດຄອມຄວນປິດໂປຣແກຣມທີ່ໃຊ້ງານຢູ່ໃຫ້ໝົດກ່ອນ ແລ້ວຈຶ່ງປິດຄອມ ແລະ ຢາກໃຫ້ໄວຂຶ້ນອີກແມ່ນຕ້ອງເຂົ້າໄປປັບດັ່ງລຸ່ມນີ້ເພີ່ມເຕີມອີກ.

1. ເປີດຄອມເຮົາຂຶ້ນມາແລ້ວກົດຂວາໃສ່ icon ຂອງ Bettery ແລ້ວເລືອກ Adjust screen brightness  ເບິ່ງຮູບທາງລຸ່ມ.



      2.     ຫຼື ເລືອກ Power Options ເບິ່ງຮູບທາງລຸ່ມ.


      3.     ຫຼື ກົດຂວາໃສ່ ປຸ່ມ Start ຫຼື ກົດປຸ່ມ Windows + X ຢູ່ Keyboard (ເຄດນີ້ໃຊ້ໄດ້ແຕ່ວິນໂດ 8ຂຶ້ນໄປ) ຫຼືຊິເຂົ້າທາງ Control panel ກະໄດ້ ແຕ່ບໍ່ແນະນຳ ເພາະມັນດົນ ຮະຮະ ເບິ່ງຮູບທາງລຸ່ມ.


     4.     ມັນຈະເປີດໜ້າຂອງ Power Options ຂຶ້ນມາໃຫ້ເຮົາ ແລ້ວໃຫ້ເຮົາເລືອກກົດໃສ່ຄຳວ່າ Choose what closing the lid does ເບິ່ງຮູບທາງລຸ່ມ.




     5.     ແລ້ວໃຫ້ໄປປັບຢູ່ແຖວຂອງ When I press the power button: ມັນຈະມີໃຫ້ປັບຢູ່ຖັນຂອງ On Battery ແລະ Plugged in  ໃຫ້ປ່ຽນຈາກ Sleep ມາເປັນ Shutdown ແນະນຳໃຫ້ປັບໄວ້ທັງສອງອັນເລີຍ ເບິ່ງຮູບທາງລຸ່ມ.




      6.     ປັບຢູ່ຖັນຂອງຮູບແບັດແລ້ວ ໃຫ້ເຮົາມາປັບຢູ່ຖັນຂອງຮູບສາຍສາກນຳ ເບິ່ງຮູບທາງລຸ່ມ.



7. ເມື່ອປ່ຽນໝົດແລ້ວ ກະໃຫ້ເຮົາກົດໃສ່ Save changes ເພື່ອບັນທຶກການປ່ຽນແປງ ເບິ່ງຮູບທາງລຸ່ມ.




ອະທິບາຍ:

           ·         ປັບຢູ່ຖັນຂອງຮູບແບັດ: ໝາຍເຖິງເປີດໃຊ້ງານການຕັ້ງຄ່ານີ້ໃນເວລາທີ່ບໍ່ໄດ້ສາກຄອມຫຼິ້ນ
           ·         ປັບຢູ່ຖັນຂອງຮູບສາຍສາກ: ໝາຍເຖິງເປີດໃຊ້ງານການຕັ້ງນີ້ໃນເວລາທີ່ສາກແບັດແລ້ວຫຼິ້ນຄອມ

              

ບົດຄວາມໂດຍ:  ມາສເຕີ ຂັນທອງ



Sunday, February 7, 2016

ວິທີປັບປ່ຽນຈາກ Windows Explorer ມາເປັນ Computer ໃນ Windows 10

ສະບາຍດີ ໝູ່ເພື່ອນທຸກຄົນ, ບົດຄວາມນີ້ຂ້ອຍຈະມາບອກກ່ຽວກັບ ການປ່ຽນຈາກ Windows Explorer ມາເປັນ Computer ໃນວິນໂດສິບ ກະຄື: ປົກກະຕິແລ້ວ ເຮົາລົງວິນໂດສິບມາມັນຈະເປັນ Windows Explorer ຕາຍຕົວ; ຄືເຮົາກົດປຸ່ມ Windows + E ຢູ່ Keyboard ມັນຈະເປີດໜ້າຂອງ  Windows Explorer ຂຶ້ນມາໃຫ້ເຮົາ ແທນທີ່ມັນຈະເປີດໜ້າຂອງ Computer. ເລີ່ມແຕ່ວິນໂດ xp ຫາ 8.1 (ຕ່ຳກວ່ານັ້ນຂ້ອຍກະບໍ່ຮູ້ ເພາະຂ້ອຍທັນໃຊ້ແຕ່ວິນໂດ xp ຂຶ້ນມາ ອິອິ)ເວລາເຮົາກົດປຸ່ມ Windows + E ມັນຈະເປີດໜ້າຂອງ Computer ຂຶ້ນມາໃຫ້ເຮົາ ແຕ່ວິນໂດສິບ ພັດບໍ່ເປີດ Computer ມາໃຫ້ເຮົາ ແຕ່ເປີດເປັນໜ້າຂອງ Windows Explorer ມາໃຫ້ເຮົາແທນ, ມື້ນີ້ເລີຍມາບອກວິທີປ່ຽນຈາກ Windows Explorer ມາເປັນ Computer ຄືກັບທີ່ເຮົາໃຊ້ວິນໂດ xp ມາຫາ 8.1 ເລີ່ມກັນເລີຍເນາະ.

1. ເປີດຄອມເຮົາຂຶ້ນມາ ແລ້ວກົດໃສ່ icon Computer ຢູ່ໜ້າຈໍ Desktop ເພື່ອໃຫ້ມັນເປີດໜ້າຂອງ Computer ຂຶ້ນມາໃຫ້ເຮົາ ເບິ່ງຮູບທາງລຸ່ມ.


  
2.    ກົດໃສ່ Tab ຂອງ View ແລ້ວກົດໃສ່ Options ເບິ່ງຮູບທາງລຸ່ມ.




    3.    ຫຼັງຈາກນັ້ນ ມັນຈະເປີດໜ້າຂອງ Folder Options ຂຶ້ນມາໃຫ້ເຮົາ ແລ້ວກະໃຫ້ເຮົາກົດໃສ່ ຄຳວ່າ Quick access ແລ້ວມັນຈະຂຶ້ນມາໃຫ້ເຮົາເລືອກ ວ່າຈະເລືອກເປັນ Quick access ຫຼື This PC ກະໃຫ້ເຮົາເລືອກເປັນ This PC ເບິ່ງຮູບທາງລຸ່ມ.




    4.    ຫຼັງຈາກເລືອກແລ້ວ ກະໃຫ້ເຮົາກົດໃສ່ປຸ່ມ OK ເພື່ອຢືນຢັນ,ນັ່ງຢັນ ແລະ ນອນຢັນ(ເພື່ອບາງຄົນຢືນຫຼິ້ນ,ນັ່ງຫຼິ້ນ ແລະ ນອນຫຼິ້ນຄອມໃນຕອນນີ້ ຮະຮະ) ໃນການຕັ້ງຄ່າຂອງເຮົາ ເບິ່ງຮູບທາງລຸ່ມ.




    5.    ຫຼັງຈາກນັ້ນ ທ່ານລອງກົດປຸ່ມ Windows + E ຢູ່ Keyboard ຫຼື ກົດໃສ່ I con Windows Explorer ຢູ່ Taskbar ກະໄດ້ ມັນຈະເປີດໜ້າຂອງ Computer ຂຶ້ນມາໃຫ້ເຮົາ ເບິ່ງຮູບທາງລຸ່ມ.




ອະທິບາຍ:
+ Quick access ແມ່ນໝາຍເຖິງ Windows Explorer
+ This PC ແມ່ນໝາຍເຖິງ Computer


ບົດຄວາມໂດຍ: ມາສເຕີ ຂັນທອງ