Saturday, August 26, 2017

ວິທີຕັ້ງຄ່າປັບເນັດໄວໄຟໃຫ້ໄວກວ່າເກົ່າ 10 ເທົ່າ

        ສະບາຍດີ ມື້ນີ້ຈະມາບອກເຄັດບໍ່ລັບສຳຫຼັບໃຜທີ່ມັກໃຊ້ໄວໄຟເປັນຊີວິດຈິດໃຈ ໂດຍສະເພາະແມ່ນແຊໄວໄຟຈາກໂທລະສັບໄປຫາຄອມພິວເຕີ ແລ້ວມັນຫຼິ້ນຊ້າກວ່າໂທລະສັບຫຼາຍ ຈົນເຮັດໃຫ້ເຮົາລຳຄານ ມື້ນີ້ເລີຍມາບອກເຄັດບໍ່ລັບມາໃຫ້ທຸກຄົນລອງເຮັດເບິ່ງ ເລີ່ມກັນເລີຍເນາະ!!! 

              1.     ເຊື່ອມຕໍ່ໄວໄຟໃສ່ຄອມຂອງເຮົາໄວ້ກ່ອນ ຫຼັງຈາກນັ້ນໃຫ້ເອົາເຄີເຊີ່ເລື່ອນໃສ່ຮູບສັນຍານໄວໄຟ ແລ້ວກົດຂວາ ແລ້ວເລືອກທີ່ Open Network and Sharing Center
           2.     ຕໍ່ມາມັນຈະເປີດໜ້າຕ່າງ Network and Sharing Center ຂຶ້ນມາໃຫ້ເຮົາ ແລ້ວໃຫ້ເຮົາກົດຊ້າຍໃສ່ຊື່ໄວໄຟຂອງເຮົາ

         3.     ແລ້ວມັນຈະເປີດໜ້າຕ່າງຂອງ Wi-Fi Status  ຂຶ້ນມາໃຫ້ເຮົາ ແລ້ວໃຫ້ເຮົາກົດຊ້າຍໃສ່ Properties

        4.     ແລ້ວມັນຈະເປີດໜ້າຕ່າງ Wi-Fi Properties ຂຶ້ນມາໃຫ້ເຮົາ ຕໍ່ມາໃຫ້ເຮົາເລື່ອນລົງມາຈຳສຸດ ແລ້ວຈະເຫັນ Internet Protocol Version 4 (TCP/IPv4) ໃຫ້ກົດຊ້າຍສອງເທື່ອໃສ່


          5.     ແລ້ວມັນຈະເປີດໜ້າຕ່າງຂອງ Internet Protocol Version 4 (TCP/IPv4) Properties ຂຶ້ນມາ ຕໍ່ມາໃຫ້ເຮົາໄປກົດໝາຍຖືກໃສ່ຄຳວ່າ Use the following DNS server addresses:
ແລ້ວໃຫ້ເຮົາໃສ່ຕົວເລກຕາມຮູບນີ້ເລີຍ
ແຖວຂອງ Preferred DNS server: 208 . 67 . 222 . 222
ແລ້ວແຖວຂອງ Alternate DNS server: 208 . 67 . 220 . 220
ເມື່ອໃສ່ແລ້ວຄົບແລ້ວໃຫ້ກົດໃສ່ OK

ກົດໃສ່ OK


ກົດໃສ່ Close



     ໝາຍເຫດ: ເມື່ອເຮົາເຮັດແລ້ວໝົດ ມັນຈະຍັງບໍ່ທັນເຫັນຜົນເທື່ອ ຕ້ອງລໍຖ້າປະມານ 2 ຫາ 3 ຊົ່ວໂມງ ຈຶ່ງເຫັນຜົນ


Wednesday, August 9, 2017

Units of Computer Memory Meansurements (ຫົວໜ່ວຍວັດແທກໜ່ວຍຄວາມຈຳຂອງຄອມພິວເຕີ)

     ສະບາຍດີ ບໍ່ໄດ້ອັບເດດຂໍ້ມູນມາດົນພໍສົມຄວນ ມື້ນີ້ອາລົມດີເລີຍມາອັບເດດຂໍ້ມູນໃຫ້ອ່ານຈັກໜ້ອຍ ຮະຮະ. ສຳຫຼັບຫົວໜ່ວຍວັດແທກໜ່ວຍຄວາມຈຳຂອງຄອມພິວເຕີທີ່ເຮົາໄດ້ຮຽນຮູ້ຢູ່ໃນໂຮງຮຽນ ແລະ ຕາມອິນເຕີເນັດ ເຟສບຸກຕ່າງໆ ແມ່ນຈະຮູ້ສູງສຸດຢູ່ທີ່ ເອັກຊາໄບ (Exabyte) ແຕ່ມື້ນີ້ ຂ້ອຍຈະມາບອກວ່າມັນມີຫຼາຍກວ່ານັ້ນ ແລ້ວຫົວໜ່ວຍສູງສຸດທີ່ຂະເຈົ້າໃຊ້ດຽວນີ້ແມ່ນໂຕໃດ.

  1.  1 Bit                         = Binary Digital
  2. 8 Bit                          = 1 Byte
  3. 1024 Byte                 = 1 KB (Kilobyte) 
  4. 1024 KB                   = 1 MB (Megabyte)
  5. 1024 MB                  = 1 GB (Gigabyte)
  6. 1024 GB                   = 1 TB (Terabyte)
  7. 1024 TB                   = 1 PB (Petabyte)
  8. 1024 PB                   = 1 EB (Exabyte)
  9. 1024 EB                   = 1 ZB (Zettabyte)
  10. 1024 ZB                   = 1 YB (Yottabyte)
  11. 1024 YB                  = 1 Brontobyte
  12. 1024 Brontobytes    = 1 Geopbyte
           Geopbyte is the highest memory (Geopbyte ເປັນໜ່ວຍຄວາມຈຳທີ່ສູງສຸດ)
     ໝາຍເຫດ: 1bit  = Single Binary Digital (1 or 0)
                         1 Byte  = 1ໂຕອັກສອນ
                         1 KB  = 1024 ໂຕອັກສອນ
     ສຳຫຼັບເຫດຜົນທີ 1KB ມີຄ່າເທົ່າກັບ 1024 Bytes ກໍ່ເນື່ອງຈາກລະບົບຈຳນວນທີ່ໃຊ້ໃນຄອມພິວເຕີ ເປັນລະບົບເລກຖານສອງ ເຮັດໃຫ້ການຄຳນວນຄ່າໃຊ້ເລກ 2 ເປັນຖານ ແລ້ວຍົກກຳລັງ 10 ເທົ່າກັບ 2ກຳລັງ10 ເທົ່າກັບ 1024 ແລະ ເນື່ອງຈາກ 1024 ມີຄ່າໃກ້ຄຽງກັບ 1000 ຈຶ່ງເປັນທີ່ຍອມຮັບກັນໃຫ້ເອີ້ນວ່າ ກິໂລ "Kilo" ເຊັ່ນກັນ.

Wednesday, July 27, 2016

ວິທີຕັ້ງຄ່າເວລາລົບແລ້ວບໍ່ໃຫ້ມັນຟ້ອງຂຶ້ນມາຖາມໃຫ້ຄອນເຟີມເລີຍ

ສະບາຍດີ ບໍ່ໄດ້ອັບເດດດົນແລ້ວ ມື້ນີ້ຈະມາບອກວິທີຕັ້ງຄ່າເວລາລົບຂໍ້ມູນແລ້ວບໍ່ໃຫ້ມັນຟ້ອງຂຶ້ນມາໃຫ້ຄອນເຟີມເລີຍ. ບົດຄວາມນີ້ໄດ້ເຮັດໄວ້ດົນແລ້ວ ແຕ່ບໍ່ໄດ້ອັບລົງ.

1. ເປີດຄອມພິວເຕີຂອງເຮົາຂຶ້ນມາ ແລ້ວໃຫ້ເປີດໜ້າ Desktop ຂຶ້ນມາ.


2. ໃຫ້ກົດເມົ້າຂວາໃສ່ icon ຂອງ Recycle Bin (ຖັງຂີ້ເຫຍື້ອ) ແລ້ວເລືອກ Properties ແລ້ວມັນຈະເປີດໜ້າຕ່າງນີ້ຂຶ້ນມາໃຫ້.


3. ຕໍ່ມາໃຫ້ເຮົາກົດຕິກຖືກໃສ່ບັອກແຖວຂອງ Display delete confirmation dialog ແລ້ວກົດປຸ່ມ OK.
ທໍ່ນີ້ກໍ່ຖືວ່າສຳເລັດແລ້ວ, ລອງເອົາໄປເຮັດລອງເບິ່ງເດີ່.



ໝາຍເຫດ: ຖ້າໃຜມັກຕັ້ງມັກປ່ຽນແປງຕະຫຼອດ ດົນໄປມັນຈະກົງກັນຂ້າມກັນເດີ່ ກະຄືຈາກທີ່ຕ້ອງໄດ້ເຂົ້າມາຕິກໝາຍຖືກໃສ່ເພື່ອບໍ່ໃຫ້ມັນຖາມ ແຕ່ຕ້ອງໄດ້ເຂົ້າມາກົດຕິກໝາຍຖືກອອກເພື່ອບໍ່ໃຫ້ມັນຖາມ.


Tuesday, February 9, 2016

ວິທີປັບໃຫ້ຄອມເຮົາປິດໄວ

ສະບາຍດີ ໝູ່ເພື່ອນທຸກຄົນ, ມື້ນີ້ຂ້ອຍຂະມາບອກວິທີເຂົ້າໄປຕັ້ງຄ່າເຮັດໃຫ້ຄອມຂອງເຮົາປິດໄວຂຶ້ນກວ່າເກົ່າ. ໝູ່ເພື່ອນເຄີຍສົງໄສບໍວ່າເປັນຫຍັງເວລາເຮົາປິດຄອມມັນຈະຄ່ອຍໆປິດ ໂດຍເລີ່ມຈາກການປິດໂປຣແກຣມຕ່າງໆກ່ອນແລ້ວຈຶ່ງຄ່ອຍປິດໜ້າຈໍປິດໜ້າຈໍແລ້ວຕ້ອງໄດ້ຖ້າອີກໜ້ອຍໜຶ່ງຄອມຈຶ່ງຈະປິດໃຫ້ເຮົາ, ຄຳຕອບກະຄື: ເລີ່ມແຕ່ຕອນເຮົາກົດໃສ່ຄຳວ່າ Shutdown ກ່ອນອື່ນໝົດມັນຈະເລີ່ມປິດໂປຣແກຣມກ່ອນ, ເມື່ອປິດໂປຣແກຣມແລ້ວມັນຈະປ່ຽນມາເປັນໂມດSleep ກ່ອນ (ຕອນທີ່ມັນເລີ່ມປິດໜ້າຈໍຫັ່ນລະ), ຫຼັງຈາກນັ້ນມັນຈຶ່ງເລີ່ມປິດຄອມໃຫ້ເຮົາ(ຄ່າພື້ນຖານປິດຄອມແມ່ນ 30ວິນາທີ ສຳຫຼັບເວລາຂອງວິນໂດ ບໍ່ນັບໂປຣແກຣມອື່ນໆ ສຳຫຼັບ HDD ນຳ).  ເມື່ອຮູ້ແລ້ວວ່າເພື່ອຄອມມັນຈະປິດ ມັນຈະປິດອີ່ຫຍັງແນ່ ສະນັ້ນ, ແນະນຳກ່ອນປິດຄອມຄວນປິດໂປຣແກຣມທີ່ໃຊ້ງານຢູ່ໃຫ້ໝົດກ່ອນ ແລ້ວຈຶ່ງປິດຄອມ ແລະ ຢາກໃຫ້ໄວຂຶ້ນອີກແມ່ນຕ້ອງເຂົ້າໄປປັບດັ່ງລຸ່ມນີ້ເພີ່ມເຕີມອີກ.

1. ເປີດຄອມເຮົາຂຶ້ນມາແລ້ວກົດຂວາໃສ່ icon ຂອງ Bettery ແລ້ວເລືອກ Adjust screen brightness  ເບິ່ງຮູບທາງລຸ່ມ.



      2.     ຫຼື ເລືອກ Power Options ເບິ່ງຮູບທາງລຸ່ມ.


      3.     ຫຼື ກົດຂວາໃສ່ ປຸ່ມ Start ຫຼື ກົດປຸ່ມ Windows + X ຢູ່ Keyboard (ເຄດນີ້ໃຊ້ໄດ້ແຕ່ວິນໂດ 8ຂຶ້ນໄປ) ຫຼືຊິເຂົ້າທາງ Control panel ກະໄດ້ ແຕ່ບໍ່ແນະນຳ ເພາະມັນດົນ ຮະຮະ ເບິ່ງຮູບທາງລຸ່ມ.


     4.     ມັນຈະເປີດໜ້າຂອງ Power Options ຂຶ້ນມາໃຫ້ເຮົາ ແລ້ວໃຫ້ເຮົາເລືອກກົດໃສ່ຄຳວ່າ Choose what closing the lid does ເບິ່ງຮູບທາງລຸ່ມ.




     5.     ແລ້ວໃຫ້ໄປປັບຢູ່ແຖວຂອງ When I press the power button: ມັນຈະມີໃຫ້ປັບຢູ່ຖັນຂອງ On Battery ແລະ Plugged in  ໃຫ້ປ່ຽນຈາກ Sleep ມາເປັນ Shutdown ແນະນຳໃຫ້ປັບໄວ້ທັງສອງອັນເລີຍ ເບິ່ງຮູບທາງລຸ່ມ.




      6.     ປັບຢູ່ຖັນຂອງຮູບແບັດແລ້ວ ໃຫ້ເຮົາມາປັບຢູ່ຖັນຂອງຮູບສາຍສາກນຳ ເບິ່ງຮູບທາງລຸ່ມ.



7. ເມື່ອປ່ຽນໝົດແລ້ວ ກະໃຫ້ເຮົາກົດໃສ່ Save changes ເພື່ອບັນທຶກການປ່ຽນແປງ ເບິ່ງຮູບທາງລຸ່ມ.




ອະທິບາຍ:

           ·         ປັບຢູ່ຖັນຂອງຮູບແບັດ: ໝາຍເຖິງເປີດໃຊ້ງານການຕັ້ງຄ່ານີ້ໃນເວລາທີ່ບໍ່ໄດ້ສາກຄອມຫຼິ້ນ
           ·         ປັບຢູ່ຖັນຂອງຮູບສາຍສາກ: ໝາຍເຖິງເປີດໃຊ້ງານການຕັ້ງນີ້ໃນເວລາທີ່ສາກແບັດແລ້ວຫຼິ້ນຄອມ

              

ບົດຄວາມໂດຍ:  ມາສເຕີ ຂັນທອງ



Sunday, February 7, 2016

ວິທີປັບປ່ຽນຈາກ Windows Explorer ມາເປັນ Computer ໃນ Windows 10

ສະບາຍດີ ໝູ່ເພື່ອນທຸກຄົນ, ບົດຄວາມນີ້ຂ້ອຍຈະມາບອກກ່ຽວກັບ ການປ່ຽນຈາກ Windows Explorer ມາເປັນ Computer ໃນວິນໂດສິບ ກະຄື: ປົກກະຕິແລ້ວ ເຮົາລົງວິນໂດສິບມາມັນຈະເປັນ Windows Explorer ຕາຍຕົວ; ຄືເຮົາກົດປຸ່ມ Windows + E ຢູ່ Keyboard ມັນຈະເປີດໜ້າຂອງ  Windows Explorer ຂຶ້ນມາໃຫ້ເຮົາ ແທນທີ່ມັນຈະເປີດໜ້າຂອງ Computer. ເລີ່ມແຕ່ວິນໂດ xp ຫາ 8.1 (ຕ່ຳກວ່ານັ້ນຂ້ອຍກະບໍ່ຮູ້ ເພາະຂ້ອຍທັນໃຊ້ແຕ່ວິນໂດ xp ຂຶ້ນມາ ອິອິ)ເວລາເຮົາກົດປຸ່ມ Windows + E ມັນຈະເປີດໜ້າຂອງ Computer ຂຶ້ນມາໃຫ້ເຮົາ ແຕ່ວິນໂດສິບ ພັດບໍ່ເປີດ Computer ມາໃຫ້ເຮົາ ແຕ່ເປີດເປັນໜ້າຂອງ Windows Explorer ມາໃຫ້ເຮົາແທນ, ມື້ນີ້ເລີຍມາບອກວິທີປ່ຽນຈາກ Windows Explorer ມາເປັນ Computer ຄືກັບທີ່ເຮົາໃຊ້ວິນໂດ xp ມາຫາ 8.1 ເລີ່ມກັນເລີຍເນາະ.

1. ເປີດຄອມເຮົາຂຶ້ນມາ ແລ້ວກົດໃສ່ icon Computer ຢູ່ໜ້າຈໍ Desktop ເພື່ອໃຫ້ມັນເປີດໜ້າຂອງ Computer ຂຶ້ນມາໃຫ້ເຮົາ ເບິ່ງຮູບທາງລຸ່ມ.


  
2.    ກົດໃສ່ Tab ຂອງ View ແລ້ວກົດໃສ່ Options ເບິ່ງຮູບທາງລຸ່ມ.




    3.    ຫຼັງຈາກນັ້ນ ມັນຈະເປີດໜ້າຂອງ Folder Options ຂຶ້ນມາໃຫ້ເຮົາ ແລ້ວກະໃຫ້ເຮົາກົດໃສ່ ຄຳວ່າ Quick access ແລ້ວມັນຈະຂຶ້ນມາໃຫ້ເຮົາເລືອກ ວ່າຈະເລືອກເປັນ Quick access ຫຼື This PC ກະໃຫ້ເຮົາເລືອກເປັນ This PC ເບິ່ງຮູບທາງລຸ່ມ.




    4.    ຫຼັງຈາກເລືອກແລ້ວ ກະໃຫ້ເຮົາກົດໃສ່ປຸ່ມ OK ເພື່ອຢືນຢັນ,ນັ່ງຢັນ ແລະ ນອນຢັນ(ເພື່ອບາງຄົນຢືນຫຼິ້ນ,ນັ່ງຫຼິ້ນ ແລະ ນອນຫຼິ້ນຄອມໃນຕອນນີ້ ຮະຮະ) ໃນການຕັ້ງຄ່າຂອງເຮົາ ເບິ່ງຮູບທາງລຸ່ມ.




    5.    ຫຼັງຈາກນັ້ນ ທ່ານລອງກົດປຸ່ມ Windows + E ຢູ່ Keyboard ຫຼື ກົດໃສ່ I con Windows Explorer ຢູ່ Taskbar ກະໄດ້ ມັນຈະເປີດໜ້າຂອງ Computer ຂຶ້ນມາໃຫ້ເຮົາ ເບິ່ງຮູບທາງລຸ່ມ.




ອະທິບາຍ:
+ Quick access ແມ່ນໝາຍເຖິງ Windows Explorer
+ This PC ແມ່ນໝາຍເຖິງ Computer


ບົດຄວາມໂດຍ: ມາສເຕີ ຂັນທອງ



Sunday, January 31, 2016

ວິທີຕັ້ງຄ່າກຳນົດປຸ່ມໃດໜຶ່ງ ເພື່ອໄວ້ເປີດໂປຣແກຣມໃດໜຶ່ງ

ສະບາຍດີ ໝູ່ເພື່ອນທຸກຄົນ, ມື້ນີ້ຂ້ອຍຈະມາບອກວິທີກໍານົດເອົາປູ່ມໃດໜຶ່ງ ໄວ້ເພື່ອເປີດໂປຣແກຣມທີ່ເຮົາມັກເປີດໃຊ້ງານຕະຫຼອດ. ມາເບິ່ງ ແລະ ເຮັດໄປນຳກັນເລີຍເນາະ.

   1.     ເລືອກໂປຣແກຣມທີ່ເຮົາມັກໃຊ້ງານຫຼາຍທີ່ສຸດ ຫຼື ໂຕໃດກະໄດ້ທີ່ເຮົາມັກ.

   2.     ເລືອກໂປຣແກຣມແລ້ວກົດຂວາໃສ່ ຕໍ່ມາໃຫ້ເຮົາເລືອກທີ່ Properties ເບິ່ງຮູບທາງລຸ່ມ.

   3.     ມັນຈະເປີດໜ້າຕ່າງຂອງ Properties ຂຶ້ນມາໃຫ້ເຮົາ. ໃຫ້ເຮົາສັງເກດຢູ່ທີ່ແຖວຂອງ Shortcut key  ມັນຈະເປັນ None ເພາະວ່າເຮົາຍັງບໍ່ທັນໄດ້ກຳນົດມັນເທື່ອ ເບິ່ງຮູບທາງລຸ່ມ.

   4.     ເຮົາຢາກໃຫ້ປຸ່ມໃດເປັນປຸ່ມເປີດມັນ ກະໃຫ້ກົດເອົາເລີຍ ໃນຕົວຢ່າງນີ້ແມ່ນປຸ່ມໂຕ V ກະໃຫ້ກົດປຸ່ມໂຕ V ໃສ່ເລີຍ ແລ້ວມັນກໍ່ຈະສ້າງໃຫ້ເອງເຊັ່ນ: CTRL+ALT+V ຫຼັງຈາກນັ້ນໃຫ້ກົດ OK ເບິ່ງຮູບທາງລຸ່ມ.

ເທົ່ານີ້ກໍ່ສຳເລັດແລ້ວ ແລ້ວກົດລອງເບິ່ງເດີ່ຢາກຮູ້ນະ ອິອິ.

ໝາຍເຫດ: CTRL+ALT+ ມັນຈະສ້າງໃຫ້ເອງ ໝາຍຄວາມວ່າເຮົາຈະກຳນົດເປັນແບບອື່ນ ຫຼື ປຸ່ມອື່ນແທນບໍ່ໄດ້, ຍົກເວັ້ນ F1 ຫາ F12 ແມ່ນໄດ້ ບໍ່ປະສົມກັບປຸ່ມອື່ນກະໄດ້. ສະນັ້ນ ມັນຈະເລີ່ມຈາກປຸ່ມ CTRL+ALT+ ໄປ. ສ່ວນທີ່ເຫຼືອຈັ່ງແມ່ນຂອງເຮົາກຳນົດ ແລະ ປຸ່ມທີ່ເຮົາສາມາດກຳນົດໄດ້ແມ່ນ F1 ຫາ F12 , A ຫາ Z , 0 ຫາ 9 , - , + , = , [ , ] , ' , \ , /, ","(ຈຸດ) , "."(ຈ້ຳ), Home, End, PageUp, PageDown, Up, Down, Left, Right ເຫຼືອນັ້ນແມ່ນເຮົາບໍ່ສາມາດກຳນົດໄດ້. ຍັງບໍ່ໝົດ ບໍ່ແມ່ນເຮັດໄດ້ແຕ່ໂປຣແກຣມເດີ່, ສາມາດເຮັດໄດ້ທຸກໂປຣແກຣມທີ່ເຮົາລົງໃສ່ຄອມເຮົາແລ້ວ ຍົກເວັ້ນ Folder ເດີ່.

    ໂດຍ: ມາສເຕີ ຂັນທອງ



Tuesday, January 19, 2016

ການເຂົ້າຫາ BIOS ກັບ Boot manager ທັງ Notebook ແລະ PC

ສະບາຍດີ, ສຳຫຼັບໃຜທີ່ຍັງມັກມີບັນຫາ ແລະ ບໍ່ທັນໄດ້ຮູ້ ຫຼື ບໍ່ທັນເຂົ້າໃຈຫຼາຍກ່ຽວກັບການເຂົ້າຫາ BIOS  (Basic Input Output System) ຫຼື Boot manager ຂອງຄອມແຕ່ລະລຸ້ນ, ຫຼື ຮູ້ ແຕ່ບໍ່ທັນຮູ້ຫຼາຍ ແລະ ຍັງບໍ່ທັນເຂົ້າໃຈຊັດເຈນ, ຍັງບໍ່ທັນສາມາດຈໍາແນກໄດ້ວ່າ ຄອມລຸ້ນນີ້ ຊິກົດເຂົ້າຫາ BIOS ແລະ Boot manager ໄດ້ຈັງໃດ? ຫຼື ປຸ່ມໃດ?. ມື້ນີ້, ຂ້ອຍເລີຍເຮັດເປັນຕາຕະລາງ, ເປັນຮູບ ມາໃຫ້ທ່ານໄດ້ສັງເກດ ຫຼື ເອົາໄປໄວ້ເບິ່ງໄດ້ຕະຫຼອດເວລາເລີຍ.

  1.     ສຳຫຼັບ Notebook


  2.     ສຳຫຼັບ PC(Personal Computer)


  ຫວັງວ່າບົດຄວາມນີ້ອາດຈະໃຫ້ຄວາມຮູ້ທ່ານ ບໍ່ຫຼາຍ ກໍ່ໜ້ອຍເນາະ.


  ໂດຍ: ມາສເຕີ ຂັນທອງ