Sunday, January 31, 2016

ວິທີຕັ້ງຄ່າກຳນົດປຸ່ມໃດໜຶ່ງ ເພື່ອໄວ້ເປີດໂປຣແກຣມໃດໜຶ່ງ

ສະບາຍດີ ໝູ່ເພື່ອນທຸກຄົນ, ມື້ນີ້ຂ້ອຍຈະມາບອກວິທີກໍານົດເອົາປູ່ມໃດໜຶ່ງ ໄວ້ເພື່ອເປີດໂປຣແກຣມທີ່ເຮົາມັກເປີດໃຊ້ງານຕະຫຼອດ. ມາເບິ່ງ ແລະ ເຮັດໄປນຳກັນເລີຍເນາະ.

   1.     ເລືອກໂປຣແກຣມທີ່ເຮົາມັກໃຊ້ງານຫຼາຍທີ່ສຸດ ຫຼື ໂຕໃດກະໄດ້ທີ່ເຮົາມັກ.

   2.     ເລືອກໂປຣແກຣມແລ້ວກົດຂວາໃສ່ ຕໍ່ມາໃຫ້ເຮົາເລືອກທີ່ Properties ເບິ່ງຮູບທາງລຸ່ມ.

   3.     ມັນຈະເປີດໜ້າຕ່າງຂອງ Properties ຂຶ້ນມາໃຫ້ເຮົາ. ໃຫ້ເຮົາສັງເກດຢູ່ທີ່ແຖວຂອງ Shortcut key  ມັນຈະເປັນ None ເພາະວ່າເຮົາຍັງບໍ່ທັນໄດ້ກຳນົດມັນເທື່ອ ເບິ່ງຮູບທາງລຸ່ມ.

   4.     ເຮົາຢາກໃຫ້ປຸ່ມໃດເປັນປຸ່ມເປີດມັນ ກະໃຫ້ກົດເອົາເລີຍ ໃນຕົວຢ່າງນີ້ແມ່ນປຸ່ມໂຕ V ກະໃຫ້ກົດປຸ່ມໂຕ V ໃສ່ເລີຍ ແລ້ວມັນກໍ່ຈະສ້າງໃຫ້ເອງເຊັ່ນ: CTRL+ALT+V ຫຼັງຈາກນັ້ນໃຫ້ກົດ OK ເບິ່ງຮູບທາງລຸ່ມ.

ເທົ່ານີ້ກໍ່ສຳເລັດແລ້ວ ແລ້ວກົດລອງເບິ່ງເດີ່ຢາກຮູ້ນະ ອິອິ.

ໝາຍເຫດ: CTRL+ALT+ ມັນຈະສ້າງໃຫ້ເອງ ໝາຍຄວາມວ່າເຮົາຈະກຳນົດເປັນແບບອື່ນ ຫຼື ປຸ່ມອື່ນແທນບໍ່ໄດ້, ຍົກເວັ້ນ F1 ຫາ F12 ແມ່ນໄດ້ ບໍ່ປະສົມກັບປຸ່ມອື່ນກະໄດ້. ສະນັ້ນ ມັນຈະເລີ່ມຈາກປຸ່ມ CTRL+ALT+ ໄປ. ສ່ວນທີ່ເຫຼືອຈັ່ງແມ່ນຂອງເຮົາກຳນົດ ແລະ ປຸ່ມທີ່ເຮົາສາມາດກຳນົດໄດ້ແມ່ນ F1 ຫາ F12 , A ຫາ Z , 0 ຫາ 9 , - , + , = , [ , ] , ' , \ , /, ","(ຈຸດ) , "."(ຈ້ຳ), Home, End, PageUp, PageDown, Up, Down, Left, Right ເຫຼືອນັ້ນແມ່ນເຮົາບໍ່ສາມາດກຳນົດໄດ້. ຍັງບໍ່ໝົດ ບໍ່ແມ່ນເຮັດໄດ້ແຕ່ໂປຣແກຣມເດີ່, ສາມາດເຮັດໄດ້ທຸກໂປຣແກຣມທີ່ເຮົາລົງໃສ່ຄອມເຮົາແລ້ວ ຍົກເວັ້ນ Folder ເດີ່.

    ໂດຍ: ມາສເຕີ ຂັນທອງ



No comments:

Post a Comment