ສະບາຍດີ ບໍ່ໄດ້ອັບເດດດົນແລ້ວ ມື້ນີ້ຈະມາບອກວິທີຕັ້ງຄ່າເວລາລົບຂໍ້ມູນແລ້ວບໍ່ໃຫ້ມັນຟ້ອງຂຶ້ນມາໃຫ້ຄອນເຟີມເລີຍ. ບົດຄວາມນີ້ໄດ້ເຮັດໄວ້ດົນແລ້ວ ແຕ່ບໍ່ໄດ້ອັບລົງ.
1. ເປີດຄອມພິວເຕີຂອງເຮົາຂຶ້ນມາ ແລ້ວໃຫ້ເປີດໜ້າ Desktop ຂຶ້ນມາ.
2. ໃຫ້ກົດເມົ້າຂວາໃສ່ icon ຂອງ Recycle Bin (ຖັງຂີ້ເຫຍື້ອ) ແລ້ວເລືອກ Properties ແລ້ວມັນຈະເປີດໜ້າຕ່າງນີ້ຂຶ້ນມາໃຫ້.
3. ຕໍ່ມາໃຫ້ເຮົາກົດຕິກຖືກໃສ່ບັອກແຖວຂອງ Display delete confirmation dialog ແລ້ວກົດປຸ່ມ OK.
ທໍ່ນີ້ກໍ່ຖືວ່າສຳເລັດແລ້ວ, ລອງເອົາໄປເຮັດລອງເບິ່ງເດີ່.
ໝາຍເຫດ: ຖ້າໃຜມັກຕັ້ງມັກປ່ຽນແປງຕະຫຼອດ ດົນໄປມັນຈະກົງກັນຂ້າມກັນເດີ່ ກະຄືຈາກທີ່ຕ້ອງໄດ້ເຂົ້າມາຕິກໝາຍຖືກໃສ່ເພື່ອບໍ່ໃຫ້ມັນຖາມ ແຕ່ຕ້ອງໄດ້ເຂົ້າມາກົດຕິກໝາຍຖືກອອກເພື່ອບໍ່ໃຫ້ມັນຖາມ.
ບໍ່ໃຫ້ເວົ້າ ພຶກລຶກ ແລະ ສຸດໆຂອງຄົນມັກໄອທີ ໄອທີແບບບໍ່ຄືໃຜ ແລະ ບໍ່ມີໃຜຄື ເນັ້ນໂຕທີ່ໃຊ້ຕົວຈິງ ແລະ ສິ່ງທີ່ຈຳເປັນສຳຄັນທີ່ຕ້ອງຮູ້. ອັບເດດເລື່ອງລາວໃໝ່ໆ,ເຈັງໆຢູ່ຕະຫຼອດ
Wednesday, July 27, 2016
Tuesday, February 9, 2016
ວິທີປັບໃຫ້ຄອມເຮົາປິດໄວ
ສະບາຍດີ ໝູ່ເພື່ອນທຸກຄົນ,
ມື້ນີ້ຂ້ອຍຂະມາບອກວິທີເຂົ້າໄປຕັ້ງຄ່າເຮັດໃຫ້ຄອມຂອງເຮົາປິດໄວຂຶ້ນກວ່າເກົ່າ.
ໝູ່ເພື່ອນເຄີຍສົງໄສບໍວ່າເປັນຫຍັງເວລາເຮົາປິດຄອມມັນຈະຄ່ອຍໆປິດ
ໂດຍເລີ່ມຈາກການປິດໂປຣແກຣມຕ່າງໆກ່ອນແລ້ວຈຶ່ງຄ່ອຍປິດໜ້າຈໍປິດໜ້າຈໍແລ້ວຕ້ອງໄດ້ຖ້າອີກໜ້ອຍໜຶ່ງຄອມຈຶ່ງຈະປິດໃຫ້ເຮົາ,
ຄຳຕອບກະຄື: ເລີ່ມແຕ່ຕອນເຮົາກົດໃສ່ຄຳວ່າ Shutdown ກ່ອນອື່ນໝົດມັນຈະເລີ່ມປິດໂປຣແກຣມກ່ອນ, ເມື່ອປິດໂປຣແກຣມແລ້ວມັນຈະປ່ຽນມາເປັນໂມດSleep ກ່ອນ (ຕອນທີ່ມັນເລີ່ມປິດໜ້າຈໍຫັ່ນລະ), ຫຼັງຈາກນັ້ນມັນຈຶ່ງເລີ່ມປິດຄອມໃຫ້ເຮົາ(ຄ່າພື້ນຖານປິດຄອມແມ່ນ
30ວິນາທີ ສຳຫຼັບເວລາຂອງວິນໂດ ບໍ່ນັບໂປຣແກຣມອື່ນໆ ສຳຫຼັບ HDD ນຳ).
ເມື່ອຮູ້ແລ້ວວ່າເພື່ອຄອມມັນຈະປິດ ມັນຈະປິດອີ່ຫຍັງແນ່ ສະນັ້ນ,
ແນະນຳກ່ອນປິດຄອມຄວນປິດໂປຣແກຣມທີ່ໃຊ້ງານຢູ່ໃຫ້ໝົດກ່ອນ ແລ້ວຈຶ່ງປິດຄອມ ແລະ ຢາກໃຫ້ໄວຂຶ້ນອີກແມ່ນຕ້ອງເຂົ້າໄປປັບດັ່ງລຸ່ມນີ້ເພີ່ມເຕີມອີກ.
1. ເປີດຄອມເຮົາຂຶ້ນມາແລ້ວກົດຂວາໃສ່ icon ຂອງ Bettery ແລ້ວເລືອກ Adjust screen brightness
ເບິ່ງຮູບທາງລຸ່ມ.
2. ຫຼື ເລືອກ Power Options ເບິ່ງຮູບທາງລຸ່ມ.
3.
ຫຼື ກົດຂວາໃສ່ ປຸ່ມ Start ຫຼື ກົດປຸ່ມ Windows + X ຢູ່ Keyboard (ເຄດນີ້ໃຊ້ໄດ້ແຕ່ວິນໂດ 8ຂຶ້ນໄປ) ຫຼືຊິເຂົ້າທາງ Control panel ກະໄດ້ ແຕ່ບໍ່ແນະນຳ ເພາະມັນດົນ ຮະຮະ ເບິ່ງຮູບທາງລຸ່ມ.
4.
ມັນຈະເປີດໜ້າຂອງ Power Options ຂຶ້ນມາໃຫ້ເຮົາ ແລ້ວໃຫ້ເຮົາເລືອກກົດໃສ່ຄຳວ່າ Choose what closing the lid does ເບິ່ງຮູບທາງລຸ່ມ.
5.
ແລ້ວໃຫ້ໄປປັບຢູ່ແຖວຂອງ When I press the power button: ມັນຈະມີໃຫ້ປັບຢູ່ຖັນຂອງ On Battery ແລະ Plugged in ໃຫ້ປ່ຽນຈາກ Sleep ມາເປັນ Shutdown ແນະນຳໃຫ້ປັບໄວ້ທັງສອງອັນເລີຍ
ເບິ່ງຮູບທາງລຸ່ມ.
6.
ປັບຢູ່ຖັນຂອງຮູບແບັດແລ້ວ ໃຫ້ເຮົາມາປັບຢູ່ຖັນຂອງຮູບສາຍສາກນຳ
ເບິ່ງຮູບທາງລຸ່ມ.
7. ເມື່ອປ່ຽນໝົດແລ້ວ ກະໃຫ້ເຮົາກົດໃສ່ Save changes ເພື່ອບັນທຶກການປ່ຽນແປງ ເບິ່ງຮູບທາງລຸ່ມ.
ອະທິບາຍ:
·
ປັບຢູ່ຖັນຂອງຮູບແບັດ: ໝາຍເຖິງເປີດໃຊ້ງານການຕັ້ງຄ່ານີ້ໃນເວລາທີ່ບໍ່ໄດ້ສາກຄອມຫຼິ້ນ
·
ປັບຢູ່ຖັນຂອງຮູບສາຍສາກ: ໝາຍເຖິງເປີດໃຊ້ງານການຕັ້ງນີ້ໃນເວລາທີ່ສາກແບັດແລ້ວຫຼິ້ນຄອມ
ບົດຄວາມໂດຍ: ມາສເຕີ ຂັນທອງ
Sunday, February 7, 2016
ວິທີປັບປ່ຽນຈາກ Windows Explorer ມາເປັນ Computer ໃນ Windows 10
ສະບາຍດີ ໝູ່ເພື່ອນທຸກຄົນ, ບົດຄວາມນີ້ຂ້ອຍຈະມາບອກກ່ຽວກັບ
ການປ່ຽນຈາກ Windows Explorer ມາເປັນ
Computer ໃນວິນໂດສິບ ກະຄື: ປົກກະຕິແລ້ວ
ເຮົາລົງວິນໂດສິບມາມັນຈະເປັນ Windows Explorer ຕາຍຕົວ; ຄືເຮົາກົດປຸ່ມ Windows + E ຢູ່ Keyboard ມັນຈະເປີດໜ້າຂອງ Windows Explorer ຂຶ້ນມາໃຫ້ເຮົາ
ແທນທີ່ມັນຈະເປີດໜ້າຂອງ Computer. ເລີ່ມແຕ່ວິນໂດ xp ຫາ 8.1 (ຕ່ຳກວ່ານັ້ນຂ້ອຍກະບໍ່ຮູ້ ເພາະຂ້ອຍທັນໃຊ້ແຕ່ວິນໂດ xp ຂຶ້ນມາ ອິອິ)ເວລາເຮົາກົດປຸ່ມ Windows + E ມັນຈະເປີດໜ້າຂອງ Computer ຂຶ້ນມາໃຫ້ເຮົາ ແຕ່ວິນໂດສິບ
ພັດບໍ່ເປີດ Computer ມາໃຫ້ເຮົາ
ແຕ່ເປີດເປັນໜ້າຂອງ Windows Explorer ມາໃຫ້ເຮົາແທນ,
ມື້ນີ້ເລີຍມາບອກວິທີປ່ຽນຈາກ Windows Explorer ມາເປັນ Computer ຄືກັບທີ່ເຮົາໃຊ້ວິນໂດ xp ມາຫາ 8.1 ເລີ່ມກັນເລີຍເນາະ.
1. ເປີດຄອມເຮົາຂຶ້ນມາ ແລ້ວກົດໃສ່ icon Computer ຢູ່ໜ້າຈໍ Desktop ເພື່ອໃຫ້ມັນເປີດໜ້າຂອງ Computer ຂຶ້ນມາໃຫ້ເຮົາ ເບິ່ງຮູບທາງລຸ່ມ.
2. ກົດໃສ່ Tab ຂອງ View ແລ້ວກົດໃສ່ Options ເບິ່ງຮູບທາງລຸ່ມ.
3.
ຫຼັງຈາກນັ້ນ ມັນຈະເປີດໜ້າຂອງ Folder Options ຂຶ້ນມາໃຫ້ເຮົາ
ແລ້ວກະໃຫ້ເຮົາກົດໃສ່ ຄຳວ່າ Quick access ແລ້ວມັນຈະຂຶ້ນມາໃຫ້ເຮົາເລືອກ ວ່າຈະເລືອກເປັນ Quick access ຫຼື This PC ກະໃຫ້ເຮົາເລືອກເປັນ This PC ເບິ່ງຮູບທາງລຸ່ມ.
4.
ຫຼັງຈາກເລືອກແລ້ວ ກະໃຫ້ເຮົາກົດໃສ່ປຸ່ມ OK ເພື່ອຢືນຢັນ,ນັ່ງຢັນ ແລະ
ນອນຢັນ(ເພື່ອບາງຄົນຢືນຫຼິ້ນ,ນັ່ງຫຼິ້ນ
ແລະ ນອນຫຼິ້ນຄອມໃນຕອນນີ້ ຮະຮະ) ໃນການຕັ້ງຄ່າຂອງເຮົາ ເບິ່ງຮູບທາງລຸ່ມ.
5.
ຫຼັງຈາກນັ້ນ ທ່ານລອງກົດປຸ່ມ Windows + E ຢູ່ Keyboard ຫຼື ກົດໃສ່ I con Windows
Explorer ຢູ່ Taskbar ກະໄດ້ ມັນຈະເປີດໜ້າຂອງ Computer ຂຶ້ນມາໃຫ້ເຮົາ ເບິ່ງຮູບທາງລຸ່ມ.
ອະທິບາຍ:
+ Quick
access ແມ່ນໝາຍເຖິງ
Windows
Explorer
+ This PC ແມ່ນໝາຍເຖິງ Computer
ບົດຄວາມໂດຍ: ມາສເຕີ
ຂັນທອງ
Sunday, January 31, 2016
ວິທີຕັ້ງຄ່າກຳນົດປຸ່ມໃດໜຶ່ງ ເພື່ອໄວ້ເປີດໂປຣແກຣມໃດໜຶ່ງ
ສະບາຍດີ ໝູ່ເພື່ອນທຸກຄົນ,
ມື້ນີ້ຂ້ອຍຈະມາບອກວິທີກໍານົດເອົາປູ່ມໃດໜຶ່ງ
ໄວ້ເພື່ອເປີດໂປຣແກຣມທີ່ເຮົາມັກເປີດໃຊ້ງານຕະຫຼອດ. ມາເບິ່ງ ແລະ ເຮັດໄປນຳກັນເລີຍເນາະ.
1.
ເລືອກໂປຣແກຣມທີ່ເຮົາມັກໃຊ້ງານຫຼາຍທີ່ສຸດ ຫຼື ໂຕໃດກະໄດ້ທີ່ເຮົາມັກ.
2.
ເລືອກໂປຣແກຣມແລ້ວກົດຂວາໃສ່ ຕໍ່ມາໃຫ້ເຮົາເລືອກທີ່ Properties ເບິ່ງຮູບທາງລຸ່ມ.
3.
ມັນຈະເປີດໜ້າຕ່າງຂອງ Properties ຂຶ້ນມາໃຫ້ເຮົາ. ໃຫ້ເຮົາສັງເກດຢູ່ທີ່ແຖວຂອງ
Shortcut
key ມັນຈະເປັນ None ເພາະວ່າເຮົາຍັງບໍ່ທັນໄດ້ກຳນົດມັນເທື່ອ
ເບິ່ງຮູບທາງລຸ່ມ.
4.
ເຮົາຢາກໃຫ້ປຸ່ມໃດເປັນປຸ່ມເປີດມັນ ກະໃຫ້ກົດເອົາເລີຍ
ໃນຕົວຢ່າງນີ້ແມ່ນປຸ່ມໂຕ V ກະໃຫ້ກົດປຸ່ມໂຕ V ໃສ່ເລີຍ ແລ້ວມັນກໍ່ຈະສ້າງໃຫ້ເອງເຊັ່ນ: CTRL+ALT+V ຫຼັງຈາກນັ້ນໃຫ້ກົດ OK ເບິ່ງຮູບທາງລຸ່ມ.
ເທົ່ານີ້ກໍ່ສຳເລັດແລ້ວ ແລ້ວກົດລອງເບິ່ງເດີ່ຢາກຮູ້ນະ ອິອິ.
ໝາຍເຫດ: CTRL+ALT+ ມັນຈະສ້າງໃຫ້ເອງ
ໝາຍຄວາມວ່າເຮົາຈະກຳນົດເປັນແບບອື່ນ ຫຼື ປຸ່ມອື່ນແທນບໍ່ໄດ້, ຍົກເວັ້ນ F1 ຫາ F12 ແມ່ນໄດ້
ບໍ່ປະສົມກັບປຸ່ມອື່ນກະໄດ້. ສະນັ້ນ ມັນຈະເລີ່ມຈາກປຸ່ມ CTRL+ALT+ ໄປ. ສ່ວນທີ່ເຫຼືອຈັ່ງແມ່ນຂອງເຮົາກຳນົດ
ແລະ ປຸ່ມທີ່ເຮົາສາມາດກຳນົດໄດ້ແມ່ນ F1 ຫາ F12 , A ຫາ Z , 0 ຫາ 9 , - , + , = , [ , ] , ' , \ , /, ","(ຈຸດ) , "."(ຈ້ຳ), Home, End, PageUp, PageDown, Up, Down, Left, Right ເຫຼືອນັ້ນແມ່ນເຮົາບໍ່ສາມາດກຳນົດໄດ້.
ຍັງບໍ່ໝົດ ບໍ່ແມ່ນເຮັດໄດ້ແຕ່ໂປຣແກຣມເດີ່,
ສາມາດເຮັດໄດ້ທຸກໂປຣແກຣມທີ່ເຮົາລົງໃສ່ຄອມເຮົາແລ້ວ ຍົກເວັ້ນ Folder ເດີ່.
ໂດຍ: ມາສເຕີ ຂັນທອງ
Tuesday, January 19, 2016
ການເຂົ້າຫາ BIOS ກັບ Boot manager ທັງ Notebook ແລະ PC
ສະບາຍດີ, ສຳຫຼັບໃຜທີ່ຍັງມັກມີບັນຫາ
ແລະ ບໍ່ທັນໄດ້ຮູ້ ຫຼື ບໍ່ທັນເຂົ້າໃຈຫຼາຍກ່ຽວກັບການເຂົ້າຫາ BIOS (Basic Input Output System) ຫຼື Boot manager ຂອງຄອມແຕ່ລະລຸ້ນ, ຫຼື ຮູ້
ແຕ່ບໍ່ທັນຮູ້ຫຼາຍ ແລະ ຍັງບໍ່ທັນເຂົ້າໃຈຊັດເຈນ, ຍັງບໍ່ທັນສາມາດຈໍາແນກໄດ້ວ່າ ຄອມລຸ້ນນີ້
ຊິກົດເຂົ້າຫາ BIOS ແລະ Boot manager ໄດ້ຈັງໃດ? ຫຼື ປຸ່ມໃດ?. ມື້ນີ້,
ຂ້ອຍເລີຍເຮັດເປັນຕາຕະລາງ, ເປັນຮູບ ມາໃຫ້ທ່ານໄດ້ສັງເກດ ຫຼື
ເອົາໄປໄວ້ເບິ່ງໄດ້ຕະຫຼອດເວລາເລີຍ.
1.
ສຳຫຼັບ Notebook
2.
ສຳຫຼັບ PC(Personal Computer)
ຫວັງວ່າບົດຄວາມນີ້ອາດຈະໃຫ້ຄວາມຮູ້ທ່ານ
ບໍ່ຫຼາຍ ກໍ່ໜ້ອຍເນາະ.
ໂດຍ:
ມາສເຕີ ຂັນທອງ
ຫວັງວ່າບົດຄວາມນີ້ອາດຈະໃຫ້ຄວາມຮູ້ທ່ານ
ບໍ່ຫຼາຍ ກໍ່ໜ້ອຍເນາະ.
ໂດຍ:
ມາສເຕີ ຂັນທອງ
Sunday, January 17, 2016
ວິທີປັບໃຫ້ເວລາພັບຈໍຄອມລົງໄວ້ໄດ້ແຕ່ຄອມໃຊ້ງານປົກກະຕິ
ສະບາຍດີ
ໝູ່ເພື່ອນທັງຫຼາຍ ໝູ່ເພື່ອນເຄີຍສົງໄສບໍວ່າ ເວລາເຮົາພັບຈໍຄອມລົງມັນຈະປ່ຽນເປັນໂມດ Sleep ຄືເຮົາຟັງເພງ, ເບິ່ງໜັງ ຫຼື
ເປີດວີດີໂອໄວ້ ແລະ ອື່ນໆ, ແຕ່ເວລາເຮົາພັບຈໍຄອມລົງມັນຈະຢຸດຫຼິ້ນ ຫຼື ໃຊ້ງານ. ຖາມວ່າເຮົາຢາກປັບໃຫ້ມັນໃຊ້ງານປົກກະຕິຄືກັບເຮົາເປີດຈໍຄອມຢູ່ບໍ?
ສະນັ້ນ, ມື້ນີ້ຂ້ອຍເລີຍມາບອກວິທີປັບຕາມຂັ້ນຕອນແບບງ່າຍໆ ເລີ່ມກັນເລີຍເນາະ!.
1.
ຄຣິກຂວາໃສ່ icon ຮູບແບັດເຕີຣີ ແລ້ວເລືອກ Power Options ເບິ່ງຕາມຮູບທາງລຸ່ມ.
2.
ຫຼື ຈະຄຣິກຂວາໃສ່ປຸ່ມ Start ຫຼື ຈະກົດປຸ່ມ Windows + X ຢູ່ Keyboard ກະໄດ້ ເບິ່ງຕາມຮູບທາງລຸ່ມ.
ໝາຍເຫດ: ສຳຫຼັບກົດປຸ່ມ Windows + X ຢູ່ Keyboard ແມ່ນໃຊ້ໄດ້ແຕ່ Windows 8 ຂຶ້ນໄປ ແຕ່ຖ້າເປັນ Windows 7 ລົງໄປຈະໃຊ້ບໍ່ໄດ້.
3.
ຫຼັງຈາກກົດໃສ່ແລ້ວ ມັນກໍ່ຈະເປີດໜ້າຂອງ Power Options ຂຶ້ນມາ ກະໃຫ້ເຮົາເລືອກທີ່ Choose
what closing the lid does ເບິ່ງຕາມຮູບທາງລຸ່ມ.
4.
ຫຼັງຈາກນັ້ນກະໃຫ້ເຮົາໄປປ່ຽນຢູ່ຊ່ອງຂອງ What I close
the lid
ຢູ່ຖັນຂອງຮູບແບັດເຕີຣີ ໃຫ້ປ່ຽນຈາກ Sleep ເປັນ Do nothing ເບິ່ງຕາມຮູບທາງລຸ່ມ.
5. ແລະ
ຢູ່ຖັນຂອງຮູບສາຍສາກກະໃຫ້ປ່ຽນຈາກ Sleep ເປັນ Do nothing ຄືກັນ ເບິ່ງຕາມຮູບທາງລຸ່ມ.
6.
ຫຼັງຈາກປ່ຽນຄົບແລ້ວກະໃຫ້ກົດໃສ່ປຸ່ມ Save change
ໄດ້ເລີຍ
ເພື່ອບັນທຶກການປ່ຽນແປງມັນ ເບິ່ງຕາມຮູບທາງລຸ່ມ.
ອະທິບາຍ:
·
ປັບຢູ່ຖັນຂອງຮູບແບັດເຕີຣີ ໝາຍຄວາມວ່າເຮົາຕ້ອງການໃຊ້ການຕັ້ງຄ່ານີ້ສະເພາະຕອນທີ່ເຮົາໃຊ້ຄອມຢູ່ກັບແບັດ
ບໍ່ກ່ຽວກັບຕອນສາກຄອມຫຼິ້ນ.(ຕອນສາກຄອມແລ້ວຫຼິ້ນຄອມໄປນຳ)
·
ປັບຢູ່ຖັນຂອງຮູບສາຍສາກ ໝາຍຄວາມວ່າ
ເຮົາຕ້ອງການໃຊ້ການຕັ້ງຄ່ານີ້ສະເພາະຕອນທີ່ເຮົາໃຊ້ຄອມຕອນສາກຄອມຫຼິ້ນ(ຕອນສາກຄອມແລ້ວຫຼິ້ນຄອມໄປນຳ)
·
ແຕ່ຖ້າເຮົາຢາກໃຫ້ມັນໃຊ້ການຕັ້ງຄ່ານີ້ໄດ້ຕະຫຼອດ
ກະໃຫ້ປັບໄວ້ທັງສອງອັນໄວ້ເລີຍ.
ໂດຍ:
ມາສເຕີ ຂັນທອງ
Saturday, January 16, 2016
ວິທີດາວໂຫຼດ ແລະ ຕັ້ງໃຫ້ພາສາລາວເປັນພາສາສະແດງໃນ Windows 10
ສະບາຍດີ ໝູ່ເພື່ອນ Social Network ທັງຫຼາຍ ແລະ ທຸກໆຄົນໃນໂລກແຫ່ງ ອິນເຕີເນັດ.
ທຸກຄົນເຄີຍສົງໄສບໍວ່າ ນັບແຕ່ Windows
xp ຂຶ້ນມາ
ເຊິ່ງພາສາໄທແມ່ນໄດ້ຮັບການສະໜັບສະໜູນແລ້ວສໍາຫຼັບພາສາສະແດງ, ແຕ່ພາສາລາວເຮົາ Keyboard layout: Lao ກະຍັງບໍ່ທັນມີຊ່ຳ ມາຮອດ Windows 7 ຈຶ່ງມີ Keyboard layout: Lao
ແຕ່ສໍາຫຼັບພາສາສະແດງກະຍັງບໍ່ທັນສະໜັນບສະໜູນເທື່ອ ຈົນມາ Windows 10 ພາສາລາວເຮົາຈຶ່ງໄດ້ຮັບການສະໜັບສະໜູນ
ເປັນພາສາສະແດງໄດ້. ສະນັ້ນ, ມື້ນີ້ ຂ້ອຍເລີຍເຮັດຂັ້ນຕອນການເຂົ້າໄປດາວໂຫຼດ ແລະ ຕິດຕັ້ງພາສາລາວເຮັດໃຫ້ເປັນພາສາສະແດງມາບອກ,
ໂດຍມີຂັ້ນຕອນງ່າຍໆຕາມທາງລຸ່ມນີ້:
1.
ຢ້ຳຕ້ອງເປັນວິນໂດສິບ ແລະ
ເປີດຄອມເຮົາຂຶ້ນມາແລ້ວຕ້ອງເຊື່ອມຕໍ່ອິນເຕີເນັດກ່ອນ.
2.
ເປີດ Control
Panel ຂຶ້ນມາ
ເບິ່ງຮູບທາງລຸ່ມ.
3.
ມັນຈະເປີດ Control Panel ຂຶ້ນມາໃຫ້ເຮົາ ແລ້ວໃຫ້ເຮົາເລືອກທີ່ Language ເບິ່ງຮູບທາງລຸ່ມ.
4.
ເລືອກທີ່ພາສາລາວ ແລ້ວກົດໃສ່ Option ເບິ່ງຮູບທາງລຸ່ມ.
ໝາຍເຫດ:
ຖ້າບໍ່ມີແມ່ນຍັງບໍ່ທັນໄດ້ເພີ່ມພາສາລາວເຂົ້າມາໃຫ້ເພີ່ມພາສາລາວເຂົ້າມາກ່ອນ.
5.
ກົດເຂົ້າແລ້ວມັນຈະກວດສອບເວີຊັ່ນຂອງວິນໂດຢູ່
ໃຫ້ເຮົາຖ້າມັນກ່ອນ ຈົນກວ່າຈະຂຶ້ນ A language pack for Lao is
available for download ແລ້ວມີ Download and install
language pack ຂຶ້ນມາຢູ່ທາງລຸ່ມ
ແລ້ວກະໃຫ້ກົດໃສ່ Download and install language pack ໄດ້ເລີຍ ເບິ່ງຮູບທາງລຸ່ມ
ໝາຍເຫດ: ຖ້າຂອງໃຜຂຶ້ນ A language pack isn’t
available ແມ່ນມັນຈະບໍ່ມີຂຶ້ນໃຫ້ເຮົາດາວໂຫຼດ ເພາະວ່າມັນບໍ່ສະໜັບສະໜູນວິນໂດເວີຊັ່ນນັ້ນ.
ໝາຍຄວາມບໍ່ສາມາດດາວໂຫຼດ ແລະ ຕິດຕັ້ງພາສາລາວເປັນພາສາສະແດງໄດ້.
6.
ຫຼັງຈາກນັ້ນກະນັ່ງແກະຂີ້ມູກເບິ່ງມັນດາວໂຫຼດ ອິອິອິ
ຖ້າເນັດໃຜໄວກະບໍ່ໄດ້ຖ້າດົນ ເພາະຄວາມຈຳມັນບໍ່ໄດ້ຫຼາຍປານໃດ ເບິ່ງຮູບທາງລຸ່ມ
7.
ເມື່ອມັນດາວໂຫຼດແລ້ວມັນຈະເຂົ້າຂັ້ນຕອນຕິດຕັ້ງໃຫ້ເລີຍ,
ຖ້າມັນຈັັກໜ້ອຍ ປ່ຽນຈາກແກະຂີ້ມູກ ມາແກະຂີ້ຫູແທນກະໄດ້ ອິອິອິ ເບິ່ງຮູບທາງລຸ່ມ.
8.
ເມື່ອມັນຕິດຕັ້ງໃຫ້ເຮົາແລ້ວ ເຮົາກະສາມາດກົດໃສ່ຄຳວ່າ Close ໄດ້ເລີຍ ເພື່ອປິດມັນ ເບິ່ງຮູບທາງລຸ່ມ.
9.
ເມື່ອກົດປິດມັນແລ້ວ ກະໃຫ້ເລືອກທີ່ພາສາລາວ ແລ້ວກົດໃສ່ Option ອີກ ເພື່ອເຂົ້າໄປຕັ້ງຄ່າຢູ່ໃນນັ້ນ ເບິ່ງຮູບທາງລຸ່ມ.
10. ມັນຈະມີຄໍາວ່າ Make this the primary language ຂຶ້ນມາໃຫ້ເຮົາ
ແລ້ວເຮົາກະກົດໃສ່ມັນໂລດລະ ຖ້າຢາກໃຊ້ງານມັນນະ ອິອິອິ ເບິ່ງຮູບທາງລຸ່ມ.
11. ຫຼັງຈາກນັ້ນມັນກໍ່ຈະຖາມເຮົາ ຊິໃຊ້ດຽວນີ້ ຫຼື ຊິໃຊ້ຕາມຫຼັງ ຖ້າເຮົາຢາກໃຊ້ດຽວນີ້ກະກົດໃສ່ Log off now ໂລດລະ ເບິ່ງຮູບທາງລຸ່ມ.
12.
ເມື່ອກົດໃສ່ມັນແລ້ວ ເຄື່ອງຄອມເຮົາກໍ່ຈະອອກຈາກລະບົບ
ແລ້ວເຂົ້າສູ່ລະບົບອີກເອງ, ຄວາມໝາຍຊໍ່າກັບ Restart ແຕ່ມັນບໍ່ໄດ້ດົນທໍ່ Restart.
ຫຼັງຈາກນັ້ນເຮົາກໍ່ຈະໄດ້ພາສາລາວຕາມທີ່ເຮົາຕ້ອງການແລ້ວ
ອິອິອິ ເບິ່ງຮູບທາງລຸ່ມ.
ເປັນຈັງໃດ
ງ່າຍບໍ? ຂ້ອຍເຊື່ອວ່າເຈົ້າຕ້ອງເຮັດໄດ້ເນາະ ອິອິ ຂ້ອຍຊິເອົາໃຈຊ່ວຍເດີ່.
ໂດຍ:
ມາສເຕີ ຂັນທອງ.
Subscribe to:
Posts (Atom)


































