ສະບາຍດີ ໝູ່ເພື່ອນທຸກຄົນ, ບົດຄວາມນີ້ຂ້ອຍຈະມາບອກກ່ຽວກັບ
ການປ່ຽນຈາກ Windows Explorer ມາເປັນ
Computer ໃນວິນໂດສິບ ກະຄື: ປົກກະຕິແລ້ວ
ເຮົາລົງວິນໂດສິບມາມັນຈະເປັນ Windows Explorer ຕາຍຕົວ; ຄືເຮົາກົດປຸ່ມ Windows + E ຢູ່ Keyboard ມັນຈະເປີດໜ້າຂອງ Windows Explorer ຂຶ້ນມາໃຫ້ເຮົາ
ແທນທີ່ມັນຈະເປີດໜ້າຂອງ Computer. ເລີ່ມແຕ່ວິນໂດ xp ຫາ 8.1 (ຕ່ຳກວ່ານັ້ນຂ້ອຍກະບໍ່ຮູ້ ເພາະຂ້ອຍທັນໃຊ້ແຕ່ວິນໂດ xp ຂຶ້ນມາ ອິອິ)ເວລາເຮົາກົດປຸ່ມ Windows + E ມັນຈະເປີດໜ້າຂອງ Computer ຂຶ້ນມາໃຫ້ເຮົາ ແຕ່ວິນໂດສິບ
ພັດບໍ່ເປີດ Computer ມາໃຫ້ເຮົາ
ແຕ່ເປີດເປັນໜ້າຂອງ Windows Explorer ມາໃຫ້ເຮົາແທນ,
ມື້ນີ້ເລີຍມາບອກວິທີປ່ຽນຈາກ Windows Explorer ມາເປັນ Computer ຄືກັບທີ່ເຮົາໃຊ້ວິນໂດ xp ມາຫາ 8.1 ເລີ່ມກັນເລີຍເນາະ.
1. ເປີດຄອມເຮົາຂຶ້ນມາ ແລ້ວກົດໃສ່ icon Computer ຢູ່ໜ້າຈໍ Desktop ເພື່ອໃຫ້ມັນເປີດໜ້າຂອງ Computer ຂຶ້ນມາໃຫ້ເຮົາ ເບິ່ງຮູບທາງລຸ່ມ.
2. ກົດໃສ່ Tab ຂອງ View ແລ້ວກົດໃສ່ Options ເບິ່ງຮູບທາງລຸ່ມ.
3.
ຫຼັງຈາກນັ້ນ ມັນຈະເປີດໜ້າຂອງ Folder Options ຂຶ້ນມາໃຫ້ເຮົາ
ແລ້ວກະໃຫ້ເຮົາກົດໃສ່ ຄຳວ່າ Quick access ແລ້ວມັນຈະຂຶ້ນມາໃຫ້ເຮົາເລືອກ ວ່າຈະເລືອກເປັນ Quick access ຫຼື This PC ກະໃຫ້ເຮົາເລືອກເປັນ This PC ເບິ່ງຮູບທາງລຸ່ມ.
4.
ຫຼັງຈາກເລືອກແລ້ວ ກະໃຫ້ເຮົາກົດໃສ່ປຸ່ມ OK ເພື່ອຢືນຢັນ,ນັ່ງຢັນ ແລະ
ນອນຢັນ(ເພື່ອບາງຄົນຢືນຫຼິ້ນ,ນັ່ງຫຼິ້ນ
ແລະ ນອນຫຼິ້ນຄອມໃນຕອນນີ້ ຮະຮະ) ໃນການຕັ້ງຄ່າຂອງເຮົາ ເບິ່ງຮູບທາງລຸ່ມ.
5.
ຫຼັງຈາກນັ້ນ ທ່ານລອງກົດປຸ່ມ Windows + E ຢູ່ Keyboard ຫຼື ກົດໃສ່ I con Windows
Explorer ຢູ່ Taskbar ກະໄດ້ ມັນຈະເປີດໜ້າຂອງ Computer ຂຶ້ນມາໃຫ້ເຮົາ ເບິ່ງຮູບທາງລຸ່ມ.
ອະທິບາຍ:
+ Quick
access ແມ່ນໝາຍເຖິງ
Windows
Explorer
+ This PC ແມ່ນໝາຍເຖິງ Computer
ບົດຄວາມໂດຍ: ມາສເຕີ
ຂັນທອງ





No comments:
Post a Comment