Sunday, January 31, 2016

ວິທີຕັ້ງຄ່າກຳນົດປຸ່ມໃດໜຶ່ງ ເພື່ອໄວ້ເປີດໂປຣແກຣມໃດໜຶ່ງ

ສະບາຍດີ ໝູ່ເພື່ອນທຸກຄົນ, ມື້ນີ້ຂ້ອຍຈະມາບອກວິທີກໍານົດເອົາປູ່ມໃດໜຶ່ງ ໄວ້ເພື່ອເປີດໂປຣແກຣມທີ່ເຮົາມັກເປີດໃຊ້ງານຕະຫຼອດ. ມາເບິ່ງ ແລະ ເຮັດໄປນຳກັນເລີຍເນາະ.

   1.     ເລືອກໂປຣແກຣມທີ່ເຮົາມັກໃຊ້ງານຫຼາຍທີ່ສຸດ ຫຼື ໂຕໃດກະໄດ້ທີ່ເຮົາມັກ.

   2.     ເລືອກໂປຣແກຣມແລ້ວກົດຂວາໃສ່ ຕໍ່ມາໃຫ້ເຮົາເລືອກທີ່ Properties ເບິ່ງຮູບທາງລຸ່ມ.

   3.     ມັນຈະເປີດໜ້າຕ່າງຂອງ Properties ຂຶ້ນມາໃຫ້ເຮົາ. ໃຫ້ເຮົາສັງເກດຢູ່ທີ່ແຖວຂອງ Shortcut key  ມັນຈະເປັນ None ເພາະວ່າເຮົາຍັງບໍ່ທັນໄດ້ກຳນົດມັນເທື່ອ ເບິ່ງຮູບທາງລຸ່ມ.

   4.     ເຮົາຢາກໃຫ້ປຸ່ມໃດເປັນປຸ່ມເປີດມັນ ກະໃຫ້ກົດເອົາເລີຍ ໃນຕົວຢ່າງນີ້ແມ່ນປຸ່ມໂຕ V ກະໃຫ້ກົດປຸ່ມໂຕ V ໃສ່ເລີຍ ແລ້ວມັນກໍ່ຈະສ້າງໃຫ້ເອງເຊັ່ນ: CTRL+ALT+V ຫຼັງຈາກນັ້ນໃຫ້ກົດ OK ເບິ່ງຮູບທາງລຸ່ມ.

ເທົ່ານີ້ກໍ່ສຳເລັດແລ້ວ ແລ້ວກົດລອງເບິ່ງເດີ່ຢາກຮູ້ນະ ອິອິ.

ໝາຍເຫດ: CTRL+ALT+ ມັນຈະສ້າງໃຫ້ເອງ ໝາຍຄວາມວ່າເຮົາຈະກຳນົດເປັນແບບອື່ນ ຫຼື ປຸ່ມອື່ນແທນບໍ່ໄດ້, ຍົກເວັ້ນ F1 ຫາ F12 ແມ່ນໄດ້ ບໍ່ປະສົມກັບປຸ່ມອື່ນກະໄດ້. ສະນັ້ນ ມັນຈະເລີ່ມຈາກປຸ່ມ CTRL+ALT+ ໄປ. ສ່ວນທີ່ເຫຼືອຈັ່ງແມ່ນຂອງເຮົາກຳນົດ ແລະ ປຸ່ມທີ່ເຮົາສາມາດກຳນົດໄດ້ແມ່ນ F1 ຫາ F12 , A ຫາ Z , 0 ຫາ 9 , - , + , = , [ , ] , ' , \ , /, ","(ຈຸດ) , "."(ຈ້ຳ), Home, End, PageUp, PageDown, Up, Down, Left, Right ເຫຼືອນັ້ນແມ່ນເຮົາບໍ່ສາມາດກຳນົດໄດ້. ຍັງບໍ່ໝົດ ບໍ່ແມ່ນເຮັດໄດ້ແຕ່ໂປຣແກຣມເດີ່, ສາມາດເຮັດໄດ້ທຸກໂປຣແກຣມທີ່ເຮົາລົງໃສ່ຄອມເຮົາແລ້ວ ຍົກເວັ້ນ Folder ເດີ່.

    ໂດຍ: ມາສເຕີ ຂັນທອງ



Tuesday, January 19, 2016

ການເຂົ້າຫາ BIOS ກັບ Boot manager ທັງ Notebook ແລະ PC

ສະບາຍດີ, ສຳຫຼັບໃຜທີ່ຍັງມັກມີບັນຫາ ແລະ ບໍ່ທັນໄດ້ຮູ້ ຫຼື ບໍ່ທັນເຂົ້າໃຈຫຼາຍກ່ຽວກັບການເຂົ້າຫາ BIOS  (Basic Input Output System) ຫຼື Boot manager ຂອງຄອມແຕ່ລະລຸ້ນ, ຫຼື ຮູ້ ແຕ່ບໍ່ທັນຮູ້ຫຼາຍ ແລະ ຍັງບໍ່ທັນເຂົ້າໃຈຊັດເຈນ, ຍັງບໍ່ທັນສາມາດຈໍາແນກໄດ້ວ່າ ຄອມລຸ້ນນີ້ ຊິກົດເຂົ້າຫາ BIOS ແລະ Boot manager ໄດ້ຈັງໃດ? ຫຼື ປຸ່ມໃດ?. ມື້ນີ້, ຂ້ອຍເລີຍເຮັດເປັນຕາຕະລາງ, ເປັນຮູບ ມາໃຫ້ທ່ານໄດ້ສັງເກດ ຫຼື ເອົາໄປໄວ້ເບິ່ງໄດ້ຕະຫຼອດເວລາເລີຍ.

  1.     ສຳຫຼັບ Notebook


  2.     ສຳຫຼັບ PC(Personal Computer)


  ຫວັງວ່າບົດຄວາມນີ້ອາດຈະໃຫ້ຄວາມຮູ້ທ່ານ ບໍ່ຫຼາຍ ກໍ່ໜ້ອຍເນາະ.


  ໂດຍ: ມາສເຕີ ຂັນທອງ

Sunday, January 17, 2016

ວິທີປັບໃຫ້ເວລາພັບຈໍຄອມລົງໄວ້ໄດ້ແຕ່ຄອມໃຊ້ງານປົກກະຕິ


ສະບາຍດີ ໝູ່ເພື່ອນທັງຫຼາຍ ໝູ່ເພື່ອນເຄີຍສົງໄສບໍວ່າ ເວລາເຮົາພັບຈໍຄອມລົງມັນຈະປ່ຽນເປັນໂມດ Sleep ຄືເຮົາຟັງເພງ, ເບິ່ງໜັງ ຫຼື ເປີດວີດີໂອໄວ້ ແລະ ອື່ນໆ, ແຕ່ເວລາເຮົາພັບຈໍຄອມລົງມັນຈະຢຸດຫຼິ້ນ ຫຼື ໃຊ້ງານ. ຖາມວ່າເຮົາຢາກປັບໃຫ້ມັນໃຊ້ງານປົກກະຕິຄືກັບເຮົາເປີດຈໍຄອມຢູ່ບໍ? ສະນັ້ນ, ມື້ນີ້ຂ້ອຍເລີຍມາບອກວິທີປັບຕາມຂັ້ນຕອນແບບງ່າຍໆ ເລີ່ມກັນເລີຍເນາະ!.

1.    ຄຣິກຂວາໃສ່ icon ຮູບແບັດເຕີຣີ ແລ້ວເລືອກ Power Options ເບິ່ງຕາມຮູບທາງລຸ່ມ.



2.    ຫຼື ຈະຄຣິກຂວາໃສ່ປຸ່ມ Start ຫຼື ຈະກົດປຸ່ມ Windows + X ຢູ່ Keyboard ກະໄດ້ ເບິ່ງຕາມຮູບທາງລຸ່ມ.
ໝາຍເຫດ: ສຳຫຼັບກົດປຸ່ມ Windows + X ຢູ່ Keyboard ແມ່ນໃຊ້ໄດ້ແຕ່ Windows 8 ຂຶ້ນໄປ ແຕ່ຖ້າເປັນ Windows 7 ລົງໄປຈະໃຊ້ບໍ່ໄດ້.



3.    ຫຼັງຈາກກົດໃສ່ແລ້ວ ມັນກໍ່ຈະເປີດໜ້າຂອງ Power Options ຂຶ້ນມາ ກະໃຫ້ເຮົາເລືອກທີ່ Choose what closing the lid does ເບິ່ງຕາມຮູບທາງລຸ່ມ.




4.    ຫຼັງຈາກນັ້ນກະໃຫ້ເຮົາໄປປ່ຽນຢູ່ຊ່ອງຂອງ What I close the lid
ຢູ່ຖັນຂອງຮູບແບັດເຕີຣີ ໃຫ້ປ່ຽນຈາກ Sleep ເປັນ Do nothing ເບິ່ງຕາມຮູບທາງລຸ່ມ.




5. ແລະ ຢູ່ຖັນຂອງຮູບສາຍສາກກະໃຫ້ປ່ຽນຈາກ Sleep ເປັນ Do nothing ຄືກັນ ເບິ່ງຕາມຮູບທາງລຸ່ມ.



6.    ຫຼັງຈາກປ່ຽນຄົບແລ້ວກະໃຫ້ກົດໃສ່ປຸ່ມ Save change ໄດ້ເລີຍ ເພື່ອບັນທຶກການປ່ຽນແປງມັນ ເບິ່ງຕາມຮູບທາງລຸ່ມ. 




ອະທິບາຍ:
·         ປັບຢູ່ຖັນຂອງຮູບແບັດເຕີຣີ ໝາຍຄວາມວ່າເຮົາຕ້ອງການໃຊ້ການຕັ້ງຄ່ານີ້ສະເພາະຕອນທີ່ເຮົາໃຊ້ຄອມຢູ່ກັບແບັດ ບໍ່ກ່ຽວກັບຕອນສາກຄອມຫຼິ້ນ.(ຕອນສາກຄອມແລ້ວຫຼິ້ນຄອມໄປນຳ)
·         ປັບຢູ່ຖັນຂອງຮູບສາຍສາກ ໝາຍຄວາມວ່າ ເຮົາຕ້ອງການໃຊ້ການຕັ້ງຄ່ານີ້ສະເພາະຕອນທີ່ເຮົາໃຊ້ຄອມຕອນສາກຄອມຫຼິ້ນ(ຕອນສາກຄອມແລ້ວຫຼິ້ນຄອມໄປນຳ)
·         ແຕ່ຖ້າເຮົາຢາກໃຫ້ມັນໃຊ້ການຕັ້ງຄ່ານີ້ໄດ້ຕະຫຼອດ ກະໃຫ້ປັບໄວ້ທັງສອງອັນໄວ້ເລີຍ.

ໂດຍ: ມາສເຕີ ຂັນທອງ


Saturday, January 16, 2016

ວິທີດາວໂຫຼດ ແລະ ຕັ້ງໃຫ້ພາສາລາວເປັນພາສາສະແດງໃນ Windows 10

ສະບາຍດີ ໝູ່ເພື່ອນ Social Network ທັງຫຼາຍ ແລະ ທຸກໆຄົນໃນໂລກແຫ່ງ ອິນເຕີເນັດ. ທຸກຄົນເຄີຍສົງໄສບໍວ່າ ນັບແຕ່ Windows xp ຂຶ້ນມາ ເຊິ່ງພາສາໄທແມ່ນໄດ້ຮັບການສະໜັບສະໜູນແລ້ວສໍາຫຼັບພາສາສະແດງ, ແຕ່ພາສາລາວເຮົາ Keyboard layout: Lao ກະຍັງບໍ່ທັນມີຊ່ຳ ມາຮອດ Windows 7 ຈຶ່ງມີ Keyboard layout: Lao ແຕ່ສໍາຫຼັບພາສາສະແດງກະຍັງບໍ່ທັນສະໜັນບສະໜູນເທື່ອ ຈົນມາ Windows 10 ພາສາລາວເຮົາຈຶ່ງໄດ້ຮັບການສະໜັບສະໜູນ ເປັນພາສາສະແດງໄດ້. ສະນັ້ນ, ມື້ນີ້ ຂ້ອຍເລີຍເຮັດຂັ້ນຕອນການເຂົ້າໄປດາວໂຫຼດ ແລະ ຕິດຕັ້ງພາສາລາວເຮັດໃຫ້ເປັນພາສາສະແດງມາບອກ, ໂດຍມີຂັ້ນຕອນງ່າຍໆຕາມທາງລຸ່ມນີ້:
  1.    ຢ້ຳຕ້ອງເປັນວິນໂດສິບ ແລະ ເປີດຄອມເຮົາຂຶ້ນມາແລ້ວຕ້ອງເຊື່ອມຕໍ່ອິນເຕີເນັດກ່ອນ.

  2.   ເປີດ Control Panel ຂຶ້ນມາ ເບິ່ງຮູບທາງລຸ່ມ.


  3.    ມັນຈະເປີດ Control Panel ຂຶ້ນມາໃຫ້ເຮົາ ແລ້ວໃຫ້ເຮົາເລືອກທີ່ Language ເບິ່ງຮູບທາງລຸ່ມ.


  4.    ເລືອກທີ່ພາສາລາວ ແລ້ວກົດໃສ່ Option ເບິ່ງຮູບທາງລຸ່ມ.
ໝາຍເຫດ: ຖ້າບໍ່ມີແມ່ນຍັງບໍ່ທັນໄດ້ເພີ່ມພາສາລາວເຂົ້າມາໃຫ້ເພີ່ມພາສາລາວເຂົ້າມາກ່ອນ.



  5.    ກົດເຂົ້າແລ້ວມັນຈະກວດສອບເວີຊັ່ນຂອງວິນໂດຢູ່ ໃຫ້ເຮົາຖ້າມັນກ່ອນ ຈົນກວ່າຈະຂຶ້ນ A language pack for Lao is available for download ແລ້ວມີ Download and install language pack ຂຶ້ນມາຢູ່ທາງລຸ່ມ ແລ້ວກະໃຫ້ກົດໃສ່ Download and install language pack ໄດ້ເລີຍ ເບິ່ງຮູບທາງລຸ່ມ
ໝາຍເຫດ: ຖ້າຂອງໃຜຂຶ້ນ A language pack isn’t available ແມ່ນມັນຈະບໍ່ມີຂຶ້ນໃຫ້ເຮົາດາວໂຫຼດ ເພາະວ່າມັນບໍ່ສະໜັບສະໜູນວິນໂດເວີຊັ່ນນັ້ນ. ໝາຍຄວາມບໍ່ສາມາດດາວໂຫຼດ ແລະ ຕິດຕັ້ງພາສາລາວເປັນພາສາສະແດງໄດ້.


  6.    ຫຼັງຈາກນັ້ນກະນັ່ງແກະຂີ້ມູກເບິ່ງມັນດາວໂຫຼດ ອິອິອິ ຖ້າເນັດໃຜໄວກະບໍ່ໄດ້ຖ້າດົນ ເພາະຄວາມຈຳມັນບໍ່ໄດ້ຫຼາຍປານໃດ ເບິ່ງຮູບທາງລຸ່ມ


  7.    ເມື່ອມັນດາວໂຫຼດແລ້ວມັນຈະເຂົ້າຂັ້ນຕອນຕິດຕັ້ງໃຫ້ເລີຍ, ຖ້າມັນຈັັກໜ້ອຍ ປ່ຽນຈາກແກະຂີ້ມູກ ມາແກະຂີ້ຫູແທນກະໄດ້ ອິອິອິ ເບິ່ງຮູບທາງລຸ່ມ.


  8.    ເມື່ອມັນຕິດຕັ້ງໃຫ້ເຮົາແລ້ວ ເຮົາກະສາມາດກົດໃສ່ຄຳວ່າ Close ໄດ້ເລີຍ ເພື່ອປິດມັນ ເບິ່ງຮູບທາງລຸ່ມ.


  9.    ເມື່ອກົດປິດມັນແລ້ວ ກະໃຫ້ເລືອກທີ່ພາສາລາວ ແລ້ວກົດໃສ່ Option ອີກ ເພື່ອເຂົ້າໄປຕັ້ງຄ່າຢູ່ໃນນັ້ນ ເບິ່ງຮູບທາງລຸ່ມ.


  10. ມັນຈະມີຄໍາວ່າ Make this the primary language ຂຶ້ນມາໃຫ້ເຮົາ ແລ້ວເຮົາກະກົດໃສ່ມັນໂລດລະ ຖ້າຢາກໃຊ້ງານມັນນະ ອິອິອິ ເບິ່ງຮູບທາງລຸ່ມ.



  11.    ຫຼັງຈາກນັ້ນມັນກໍ່ຈະຖາມເຮົາ ຊິໃຊ້ດຽວນີ້ ຫຼື ຊິໃຊ້ຕາມຫຼັງ ຖ້າເຮົາຢາກໃຊ້ດຽວນີ້ກະກົດໃສ່ Log off now ໂລດລະ ເບິ່ງຮູບທາງລຸ່ມ.


  12.    ເມື່ອກົດໃສ່ມັນແລ້ວ ເຄື່ອງຄອມເຮົາກໍ່ຈະອອກຈາກລະບົບ ແລ້ວເຂົ້າສູ່ລະບົບອີກເອງ, ຄວາມໝາຍຊໍ່າກັບ Restart ແຕ່ມັນບໍ່ໄດ້ດົນທໍ່ Restart.
ຫຼັງຈາກນັ້ນເຮົາກໍ່ຈະໄດ້ພາສາລາວຕາມທີ່ເຮົາຕ້ອງການແລ້ວ ອິອິອິ ເບິ່ງຮູບທາງລຸ່ມ.


ເປັນຈັງໃດ ງ່າຍບໍ? ຂ້ອຍເຊື່ອວ່າເຈົ້າຕ້ອງເຮັດໄດ້ເນາະ ອິອິ ຂ້ອຍຊິເອົາໃຈຊ່ວຍເດີ່.

ໂດຍ: ມາສເຕີ ຂັນທອງ.


Friday, January 15, 2016

ວິທີກວດເບິ່ງວ່າເຮົາລົງວິນໂດໄດ້ຈັກມື້,ເດືອນ,ປີແລ້ວ


1. ເປີດເຄືອງຄອມພິວເຕີຂອງເຮົາຂຶ້ນມາ ແລ້ວກົດປຸ່ມ Windows + R ຢູ່ Keyboard ເບິ່ງຮູບທາງລຸ່ມ


2. ມັນຈະເປີດ Run ຂຶ້ນມາໃຫ້ເຮົາ ເບິ່ງຮູບທາງລຸ່ມ


3. ຫຼັງຈາກນັ້ນໃຫ້ເຮົາພິມຄຳວ່າ cmd ໃສ່ຊ່ອງຂອງ Open ແລ້ວກົດ Ok ຫຼື  Enter ຢູ່ Keyboard ກະໄດ້ ເບິ່ງຮູບທາງລຸ່ມ


         
  4. ແລ້ວມັນຈະເປີດ cmd ຂຶ້ນມາໃຫ້ເຮົາ ເບິ່ງຮູບທາງລຸ່ມ


5. ແລ້ວໃຫ້ເຮົາພິມຄຳວ່າ systeminfo ແລ້ວກົດປຸ່ມ Enter ຢູ່ Keyboard ເບິ່ງຮູບທາງລຸ່ມ
     ໝາຍເຫດ: ພິມຕໍ່ກັນເລີຍເດີ່ ຫ້າມຍະຫວ່າງ


6. ແລ້ວກະຖ້າມັນໜ້ອຍໜຶ່ງເນາະ ຈົນກວ່າມັນຈະຂຶ້ນແບບນີ້ມາໃຫ້ເຮົາ ເບິ່ງຮູບທາງລຸ່ມ


7. ຫຼັງຈາກນັ້ນກະເລືອຍຂຶ້ນໄປທາງເທິງຈົນຈຳເລີຍເນາະ ເບິ່ງຮູບທາງລຸ່ມ


ອະທິບາຍ:

  •  ເສັ້ນສີແດງ ຫຼື Original Install Date:    07/15/2015,   07:12:42 ແມ່ນວັນທີ,ເດືອນ,ປີ ແລະ ເວລາທີ່ເຮົາລົງວິນໂດ.
  •  ເສັ້ນສີຟ້າ ຫຼື System Boot Time:          01/15/2016,   09:27:21 ແມ່ນວັນທີ,ເດືອນ,ປີ ແລະ ເວລາຂອງປັດຈຸບັນ.

ໂດຍ: ມາສເຕີ ຂັນທອງ