Sunday, January 17, 2016

ວິທີປັບໃຫ້ເວລາພັບຈໍຄອມລົງໄວ້ໄດ້ແຕ່ຄອມໃຊ້ງານປົກກະຕິ


ສະບາຍດີ ໝູ່ເພື່ອນທັງຫຼາຍ ໝູ່ເພື່ອນເຄີຍສົງໄສບໍວ່າ ເວລາເຮົາພັບຈໍຄອມລົງມັນຈະປ່ຽນເປັນໂມດ Sleep ຄືເຮົາຟັງເພງ, ເບິ່ງໜັງ ຫຼື ເປີດວີດີໂອໄວ້ ແລະ ອື່ນໆ, ແຕ່ເວລາເຮົາພັບຈໍຄອມລົງມັນຈະຢຸດຫຼິ້ນ ຫຼື ໃຊ້ງານ. ຖາມວ່າເຮົາຢາກປັບໃຫ້ມັນໃຊ້ງານປົກກະຕິຄືກັບເຮົາເປີດຈໍຄອມຢູ່ບໍ? ສະນັ້ນ, ມື້ນີ້ຂ້ອຍເລີຍມາບອກວິທີປັບຕາມຂັ້ນຕອນແບບງ່າຍໆ ເລີ່ມກັນເລີຍເນາະ!.

1.    ຄຣິກຂວາໃສ່ icon ຮູບແບັດເຕີຣີ ແລ້ວເລືອກ Power Options ເບິ່ງຕາມຮູບທາງລຸ່ມ.



2.    ຫຼື ຈະຄຣິກຂວາໃສ່ປຸ່ມ Start ຫຼື ຈະກົດປຸ່ມ Windows + X ຢູ່ Keyboard ກະໄດ້ ເບິ່ງຕາມຮູບທາງລຸ່ມ.
ໝາຍເຫດ: ສຳຫຼັບກົດປຸ່ມ Windows + X ຢູ່ Keyboard ແມ່ນໃຊ້ໄດ້ແຕ່ Windows 8 ຂຶ້ນໄປ ແຕ່ຖ້າເປັນ Windows 7 ລົງໄປຈະໃຊ້ບໍ່ໄດ້.



3.    ຫຼັງຈາກກົດໃສ່ແລ້ວ ມັນກໍ່ຈະເປີດໜ້າຂອງ Power Options ຂຶ້ນມາ ກະໃຫ້ເຮົາເລືອກທີ່ Choose what closing the lid does ເບິ່ງຕາມຮູບທາງລຸ່ມ.




4.    ຫຼັງຈາກນັ້ນກະໃຫ້ເຮົາໄປປ່ຽນຢູ່ຊ່ອງຂອງ What I close the lid
ຢູ່ຖັນຂອງຮູບແບັດເຕີຣີ ໃຫ້ປ່ຽນຈາກ Sleep ເປັນ Do nothing ເບິ່ງຕາມຮູບທາງລຸ່ມ.




5. ແລະ ຢູ່ຖັນຂອງຮູບສາຍສາກກະໃຫ້ປ່ຽນຈາກ Sleep ເປັນ Do nothing ຄືກັນ ເບິ່ງຕາມຮູບທາງລຸ່ມ.



6.    ຫຼັງຈາກປ່ຽນຄົບແລ້ວກະໃຫ້ກົດໃສ່ປຸ່ມ Save change ໄດ້ເລີຍ ເພື່ອບັນທຶກການປ່ຽນແປງມັນ ເບິ່ງຕາມຮູບທາງລຸ່ມ. 




ອະທິບາຍ:
·         ປັບຢູ່ຖັນຂອງຮູບແບັດເຕີຣີ ໝາຍຄວາມວ່າເຮົາຕ້ອງການໃຊ້ການຕັ້ງຄ່ານີ້ສະເພາະຕອນທີ່ເຮົາໃຊ້ຄອມຢູ່ກັບແບັດ ບໍ່ກ່ຽວກັບຕອນສາກຄອມຫຼິ້ນ.(ຕອນສາກຄອມແລ້ວຫຼິ້ນຄອມໄປນຳ)
·         ປັບຢູ່ຖັນຂອງຮູບສາຍສາກ ໝາຍຄວາມວ່າ ເຮົາຕ້ອງການໃຊ້ການຕັ້ງຄ່ານີ້ສະເພາະຕອນທີ່ເຮົາໃຊ້ຄອມຕອນສາກຄອມຫຼິ້ນ(ຕອນສາກຄອມແລ້ວຫຼິ້ນຄອມໄປນຳ)
·         ແຕ່ຖ້າເຮົາຢາກໃຫ້ມັນໃຊ້ການຕັ້ງຄ່ານີ້ໄດ້ຕະຫຼອດ ກະໃຫ້ປັບໄວ້ທັງສອງອັນໄວ້ເລີຍ.

ໂດຍ: ມາສເຕີ ຂັນທອງ


No comments:

Post a Comment