Saturday, January 16, 2016

ວິທີດາວໂຫຼດ ແລະ ຕັ້ງໃຫ້ພາສາລາວເປັນພາສາສະແດງໃນ Windows 10

ສະບາຍດີ ໝູ່ເພື່ອນ Social Network ທັງຫຼາຍ ແລະ ທຸກໆຄົນໃນໂລກແຫ່ງ ອິນເຕີເນັດ. ທຸກຄົນເຄີຍສົງໄສບໍວ່າ ນັບແຕ່ Windows xp ຂຶ້ນມາ ເຊິ່ງພາສາໄທແມ່ນໄດ້ຮັບການສະໜັບສະໜູນແລ້ວສໍາຫຼັບພາສາສະແດງ, ແຕ່ພາສາລາວເຮົາ Keyboard layout: Lao ກະຍັງບໍ່ທັນມີຊ່ຳ ມາຮອດ Windows 7 ຈຶ່ງມີ Keyboard layout: Lao ແຕ່ສໍາຫຼັບພາສາສະແດງກະຍັງບໍ່ທັນສະໜັນບສະໜູນເທື່ອ ຈົນມາ Windows 10 ພາສາລາວເຮົາຈຶ່ງໄດ້ຮັບການສະໜັບສະໜູນ ເປັນພາສາສະແດງໄດ້. ສະນັ້ນ, ມື້ນີ້ ຂ້ອຍເລີຍເຮັດຂັ້ນຕອນການເຂົ້າໄປດາວໂຫຼດ ແລະ ຕິດຕັ້ງພາສາລາວເຮັດໃຫ້ເປັນພາສາສະແດງມາບອກ, ໂດຍມີຂັ້ນຕອນງ່າຍໆຕາມທາງລຸ່ມນີ້:
  1.    ຢ້ຳຕ້ອງເປັນວິນໂດສິບ ແລະ ເປີດຄອມເຮົາຂຶ້ນມາແລ້ວຕ້ອງເຊື່ອມຕໍ່ອິນເຕີເນັດກ່ອນ.

  2.   ເປີດ Control Panel ຂຶ້ນມາ ເບິ່ງຮູບທາງລຸ່ມ.


  3.    ມັນຈະເປີດ Control Panel ຂຶ້ນມາໃຫ້ເຮົາ ແລ້ວໃຫ້ເຮົາເລືອກທີ່ Language ເບິ່ງຮູບທາງລຸ່ມ.


  4.    ເລືອກທີ່ພາສາລາວ ແລ້ວກົດໃສ່ Option ເບິ່ງຮູບທາງລຸ່ມ.
ໝາຍເຫດ: ຖ້າບໍ່ມີແມ່ນຍັງບໍ່ທັນໄດ້ເພີ່ມພາສາລາວເຂົ້າມາໃຫ້ເພີ່ມພາສາລາວເຂົ້າມາກ່ອນ.



  5.    ກົດເຂົ້າແລ້ວມັນຈະກວດສອບເວີຊັ່ນຂອງວິນໂດຢູ່ ໃຫ້ເຮົາຖ້າມັນກ່ອນ ຈົນກວ່າຈະຂຶ້ນ A language pack for Lao is available for download ແລ້ວມີ Download and install language pack ຂຶ້ນມາຢູ່ທາງລຸ່ມ ແລ້ວກະໃຫ້ກົດໃສ່ Download and install language pack ໄດ້ເລີຍ ເບິ່ງຮູບທາງລຸ່ມ
ໝາຍເຫດ: ຖ້າຂອງໃຜຂຶ້ນ A language pack isn’t available ແມ່ນມັນຈະບໍ່ມີຂຶ້ນໃຫ້ເຮົາດາວໂຫຼດ ເພາະວ່າມັນບໍ່ສະໜັບສະໜູນວິນໂດເວີຊັ່ນນັ້ນ. ໝາຍຄວາມບໍ່ສາມາດດາວໂຫຼດ ແລະ ຕິດຕັ້ງພາສາລາວເປັນພາສາສະແດງໄດ້.


  6.    ຫຼັງຈາກນັ້ນກະນັ່ງແກະຂີ້ມູກເບິ່ງມັນດາວໂຫຼດ ອິອິອິ ຖ້າເນັດໃຜໄວກະບໍ່ໄດ້ຖ້າດົນ ເພາະຄວາມຈຳມັນບໍ່ໄດ້ຫຼາຍປານໃດ ເບິ່ງຮູບທາງລຸ່ມ


  7.    ເມື່ອມັນດາວໂຫຼດແລ້ວມັນຈະເຂົ້າຂັ້ນຕອນຕິດຕັ້ງໃຫ້ເລີຍ, ຖ້າມັນຈັັກໜ້ອຍ ປ່ຽນຈາກແກະຂີ້ມູກ ມາແກະຂີ້ຫູແທນກະໄດ້ ອິອິອິ ເບິ່ງຮູບທາງລຸ່ມ.


  8.    ເມື່ອມັນຕິດຕັ້ງໃຫ້ເຮົາແລ້ວ ເຮົາກະສາມາດກົດໃສ່ຄຳວ່າ Close ໄດ້ເລີຍ ເພື່ອປິດມັນ ເບິ່ງຮູບທາງລຸ່ມ.


  9.    ເມື່ອກົດປິດມັນແລ້ວ ກະໃຫ້ເລືອກທີ່ພາສາລາວ ແລ້ວກົດໃສ່ Option ອີກ ເພື່ອເຂົ້າໄປຕັ້ງຄ່າຢູ່ໃນນັ້ນ ເບິ່ງຮູບທາງລຸ່ມ.


  10. ມັນຈະມີຄໍາວ່າ Make this the primary language ຂຶ້ນມາໃຫ້ເຮົາ ແລ້ວເຮົາກະກົດໃສ່ມັນໂລດລະ ຖ້າຢາກໃຊ້ງານມັນນະ ອິອິອິ ເບິ່ງຮູບທາງລຸ່ມ.



  11.    ຫຼັງຈາກນັ້ນມັນກໍ່ຈະຖາມເຮົາ ຊິໃຊ້ດຽວນີ້ ຫຼື ຊິໃຊ້ຕາມຫຼັງ ຖ້າເຮົາຢາກໃຊ້ດຽວນີ້ກະກົດໃສ່ Log off now ໂລດລະ ເບິ່ງຮູບທາງລຸ່ມ.


  12.    ເມື່ອກົດໃສ່ມັນແລ້ວ ເຄື່ອງຄອມເຮົາກໍ່ຈະອອກຈາກລະບົບ ແລ້ວເຂົ້າສູ່ລະບົບອີກເອງ, ຄວາມໝາຍຊໍ່າກັບ Restart ແຕ່ມັນບໍ່ໄດ້ດົນທໍ່ Restart.
ຫຼັງຈາກນັ້ນເຮົາກໍ່ຈະໄດ້ພາສາລາວຕາມທີ່ເຮົາຕ້ອງການແລ້ວ ອິອິອິ ເບິ່ງຮູບທາງລຸ່ມ.


ເປັນຈັງໃດ ງ່າຍບໍ? ຂ້ອຍເຊື່ອວ່າເຈົ້າຕ້ອງເຮັດໄດ້ເນາະ ອິອິ ຂ້ອຍຊິເອົາໃຈຊ່ວຍເດີ່.

ໂດຍ: ມາສເຕີ ຂັນທອງ.


No comments:

Post a Comment