ສະບາຍດີ
ມື້ນີ້ຈະມາບອກເຄັດບໍ່ລັບສຳຫຼັບໃຜທີ່ມັກໃຊ້ໄວໄຟເປັນຊີວິດຈິດໃຈ
ໂດຍສະເພາະແມ່ນແຊໄວໄຟຈາກໂທລະສັບໄປຫາຄອມພິວເຕີ ແລ້ວມັນຫຼິ້ນຊ້າກວ່າໂທລະສັບຫຼາຍ
ຈົນເຮັດໃຫ້ເຮົາລຳຄານ ມື້ນີ້ເລີຍມາບອກເຄັດບໍ່ລັບມາໃຫ້ທຸກຄົນລອງເຮັດເບິ່ງ
ເລີ່ມກັນເລີຍເນາະ!!!
1.
ເຊື່ອມຕໍ່ໄວໄຟໃສ່ຄອມຂອງເຮົາໄວ້ກ່ອນ
ຫຼັງຈາກນັ້ນໃຫ້ເອົາເຄີເຊີ່ເລື່ອນໃສ່ຮູບສັນຍານໄວໄຟ ແລ້ວກົດຂວາ ແລ້ວເລືອກທີ່ Open Network and
Sharing Center
2.
ຕໍ່ມາມັນຈະເປີດໜ້າຕ່າງ Network and Sharing Center ຂຶ້ນມາໃຫ້ເຮົາ
ແລ້ວໃຫ້ເຮົາກົດຊ້າຍໃສ່ຊື່ໄວໄຟຂອງເຮົາ
3.
ແລ້ວມັນຈະເປີດໜ້າຕ່າງຂອງ Wi-Fi Status ຂຶ້ນມາໃຫ້ເຮົາ ແລ້ວໃຫ້ເຮົາກົດຊ້າຍໃສ່ Properties
4.
ແລ້ວມັນຈະເປີດໜ້າຕ່າງ Wi-Fi Properties ຂຶ້ນມາໃຫ້ເຮົາ
ຕໍ່ມາໃຫ້ເຮົາເລື່ອນລົງມາຈຳສຸດ ແລ້ວຈະເຫັນ Internet Protocol Version 4 (TCP/IPv4) ໃຫ້ກົດຊ້າຍສອງເທື່ອໃສ່
5.
ແລ້ວມັນຈະເປີດໜ້າຕ່າງຂອງ Internet Protocol Version 4 (TCP/IPv4) Properties ຂຶ້ນມາ
ຕໍ່ມາໃຫ້ເຮົາໄປກົດໝາຍຖືກໃສ່ຄຳວ່າ Use the following DNS server addresses:
ແລ້ວໃຫ້ເຮົາໃສ່ຕົວເລກຕາມຮູບນີ້ເລີຍ
ແຖວຂອງ Preferred DNS server: 208 . 67 . 222 . 222
ແລ້ວແຖວຂອງ Alternate DNS server: 208 . 67 . 220 . 220
ເມື່ອໃສ່ແລ້ວຄົບແລ້ວໃຫ້ກົດໃສ່
OK
ກົດໃສ່ OK
ກົດໃສ່ Close
ໝາຍເຫດ: ເມື່ອເຮົາເຮັດແລ້ວໝົດ
ມັນຈະຍັງບໍ່ທັນເຫັນຜົນເທື່ອ ຕ້ອງລໍຖ້າປະມານ 2 ຫາ 3 ຊົ່ວໂມງ ຈຶ່ງເຫັນຜົນ







No comments:
Post a Comment